ອີຣານ ຮຽກຮ້ອງໃຫ້ ຕາເວັນອອກກາງ ເຈລະຈາເພື່ອແກ້ໄຂບັນດາບັນຫາພາກພື້ນເອງ
(VOVWORLD) - ບັນຫາເກີດຂຶ້ນໃນພາກພື້ນຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາ. ຕໍ່ໜ້າບັນດາຂໍ້ກ່າວຫາ ອີຣານ ຊອກຫາວິທີຄອບງຳພາກພື້ນ ດ້ວຍຄ່າຕອບແທນຂອງບັນດາປະເທດບ້ານໃກ້ເຮືອນຄຽງ

ທ່ານປະທານາທິບໍດີ ອີຣານ Hassan Rouhani
(ພາບ: AFP/TTXVN)
|
ບັນດາປະເທດ ຕາເວັນອອກກາງ ຄວນພ້ອມກັນເຈລະຈາເພື່ອແກ້ໄຂບັນຫາແທນທີ່ຕ້ອງ ອີງໃສ່ບັນດາກຳລັງພາຍນອກ. ນີ້ແມ່ນຄຳຮຽກຮ້ອງເຊິ່ງທ່ານປະທານາທິບໍດີ ອີຣານ Hassan Rouhani ຍົກອອກມາ ໃນສະພາບການພົວພັນລະຫວ່າງປະເທດນີ້ກັບ ອາຣັບບິ ຊາອຸດິ ນັບມື້ນັບເຄັ່ງຕຶງ. ວັນທີ 3 ທັນວາ, ກ່າວຄຳເຫັນຢູ່ນະຄອນ Chabahar, ທາງທິດທາງເວັນອອກສ່ຽງໃຕ້ ອີຣານ, ທ່ານປະທານາທິບໍດີ Hassan Rouhani ເນັ້ນໜັກວ່າ: ບັນຫາເກີດຂຶ້ນໃນພາກພື້ນຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາ. ຕໍ່ໜ້າບັນດາຂໍ້ກ່າວຫາ ອີຣານ ຊອກຫາວິທີຄອບງຳພາກພື້ນ ດ້ວຍຄ່າຕອບແທນຂອງບັນດາປະເທດບ້ານໃກ້ເຮືອນຄຽງ, ການນຳ ອີຣານ ຢັ້ງຢືນວ່າ ບໍ່ມີປະເທດໃດສາມາດຖະແຫຼງ ວ່າເປັນປະທານມະຫາອຳນາດໃນພາກພື້ນໄດ້.