ອີ​ຣານ ​ຮຽ​ກ​ຮ້ອງ​ໃຫ້ ​ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ​ ປະ​ຕິ​ບັດ​ JCPOA

(VOVWORLD) -ອາທິດແລ້ວນີ້, Tehran ໄດ້ເລີ່ມເຄື່ອນໄຫວວິວັດທະນາການ ເສີມທາດ ຢູລານຽມ ຂຶ້ນລະດັບ 20% ໃນກອບແຜນການກະທຳຍຸດທະສາດຂອງອີຣານເຊິ່ງ ສະພາແຫ່ງຊາດປະເທດນີ້ ໄດ້ຮັບຮອງເອົາໃນເດືອນທັນວາ 2020, ເພື່ອແນໃສ່ຕ້ານຄືນບັນດາຄຳສັ່ງລົງໂທດຂອງອາເມລິກາ.
ອີ​ຣານ ​ຮຽ​ກ​ຮ້ອງ​ໃຫ້ ​ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ​ ປະ​ຕິ​ບັດ​ JCPOA - ảnh 1ນັກເຕັກນິກກວດກາບັນດາອຸປະກອນເສີມທາດຢູລານີ (ພາບ: AFP/TTXVN)

ວັນທີ 11 ມັງກອນ, ກະຊວງການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງໃຫ້ອັງກິດ, ອີີຣານ, ຝລັ່ງ ແລະ ເຢຍລະມັນ “ປະຕິບັດບັນດາພັນທະຂອງບັນດາປະເທດນີ້” ເຊິ່ງກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍອີຣານ ທີ່ໄດ້ລົງນາມໃນປີ 2015 ກັບກຸ່ມ P5+1 (ລວມມີ ລັດເຊຍ, ອັງກິດ, ຝລັ່ງ, ອາເມລິກາ, ຈີນ ແລະ ເຢຍລະມັນ), ຫຼືຍັງໄດ້ເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA). ທ່ານ Saeed khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານໄດ້ເນັ້ນໜັກວ່າ: ຖ້າຫາກວ່າບັນດາປະເທດ ເອີລົບ ແລະ ອາເມລິກາ ກັບຄືນໄປປະຕິບັດ ບັນດາຄຳໝັ້ນສັນຍາຂອງເຂົາເຈົ້າ, ພວກຂ້າພະເຈົ້າກໍ່ຈະກັບຄືນໄປປະຕິບັດບັນດາຄຳໝັ້ນສັນຍາຂອງຕົນ.

        ອາທິດແລ້ວນີ້, Tehran ໄດ້ເລີ່ມເຄື່ອນໄຫວວິວັດທະນາການ ເສີມທາດ ຢູລານຽມ ຂຶ້ນລະດັບ 20% ໃນກອບແຜນການກະທຳຍຸດທະສາດຂອງອີຣານເຊິ່ງ ສະພາແຫ່ງຊາດປະເທດນີ້ ໄດ້ຮັບຮອງເອົາໃນເດືອນທັນວາ 2020, ເພື່ອແນໃສ່ຕ້ານຄືນບັນດາຄຳສັ່ງລົງໂທດຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ