ອີຣານ ຮຽກຮ້ອງໃຫ້ຈັດຕັ້ງການເຈລະຈາຢູ່ພາກພື້ນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ຮຽກຮ້ອງໃຫ້ບັນດາປະເທດຢູ່ພາກພື້ນດຳເນີນການເຈລະຈາ ເພື່ອແນໃສ່ແກ້ໄຂບັນດາບັນຫາຮ້ອນເຮັ່ງ.

ອີຣານ ຮຽກຮ້ອງໃຫ້ຈັດຕັ້ງການເຈລະຈາຢູ່ພາກພື້ນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif

(ພາບ: IRNA/ TTXVN)

ວັນທີ 08 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ຮຽກຮ້ອງໃຫ້ບັນດາປະເທດຢູ່ພາກພື້ນດຳເນີນການເຈລະຈາ ເພື່ອແນໃສ່ແກ້ໄຂບັນດາບັນຫາຮ້ອນເຮັ່ງ. ໃນຖະແຫຼງການເຊິ່ງທ່ານລັດຖະມົນຕີການຕ່າງປະເທດ Javad Zarif ເອົາລົງໃນສື່ສັງຄົມ Twitter, ໄດ້ຖືວ່າ ເບິ່ງຄືວ່າມີບາງປະເທດຖານບ້ານໃກ້ເຮືອນຄຽງຂອງອີຣານ ພວມຢາກໃຫ້ບັນດາປະເທດຝ່າຍຕາເວັນຕົກເຂົ້າຮ່ວມວິວັດທະນາການເຈລະຈາກັບອີຣານ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຢືນຢັນວ່າ ອີຣານ ຈະບໍ່ປຶກສາຫາລືກັບຝ່າຍຕາເວັນຕົກກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ຖືວ່າ “ການແຊກແຊງ” ຂອງຝ່າຍຕາເວັນຕົກແມ່ນສາຍເຫດທີ່ພາໃຫ້ເກີດບັນຫາຢູ່ຕາເວັນອອກກາງ. ທ່ານລັດຖະມົນຕີການຕ່າງປະເທດ Javad Zarif ໃຫ້ຮູ້ຕື່ມອີກວ່າ, ເຕເຮຣານ ພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ ແລະ ສະເໜີບັນດາກົນໄກດ້ານຄວາມໝັ້ນຄົງ ແລະ ສັນຕິພາບໃນພາກພື້ນຜ່ານບັນດາການເຈລະຈາພາຍໃນ.

ຕອບກັບ

ຂ່າວ/ບົດ​ອື່ນ