ອີຣານ ຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ຍອມຮັບສິດຜະລິດນິວເຄຼຍ ເພື່ອສັນຕິພາບຂອງປະເທດນີ້

ອີຣານ ຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ຍອມຮັບສິດຜະລິດນິວເຄຼຍ ເພື່ອສັນຕິພາບຂອງປະເທດນີ້ - ảnh 1

ບັນດາ​ຫາ​ຖານ​ນິວ​ເຄຼຍຂອງ​ອີຣານ

(ພາບ:vietbao.vn)

( vovworld ) – ອີກ​ເທື່ອ 1, ອີຣານ ​ໄດ້ຮຽກຮ້ອງ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ ຈົ່ງຍອມຮັບ​ສິດ​ຜະລິດ​ພະລັງງານນິວ​ເຄຼຍ​ເພື່ອ​ຈຸດປະສົງສັນຕິພາບ​ຂອງ​ປະ​ເທດ​ນີ້. ຄຳ​ຮຽກຮ້ອງ​ດັ່ງກ່າວ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣານ Ahmad Vahidi ກ່າວຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ Teheran ພ້ອມ​ກັບ​ຄຳ​ຢືນຢັນ​ວ່າ ອີຣານ ຈະຄັດຄ້ານ​ທຸກ​ຮູ​ບການກ່ຽວ​ກັບ​​ອາວຸດລ້າງຜານ, ​ໃນ​ນັ້ນມີ​ອາວຸດ​ປະລາມາ​ນູ. ທ່ານ​ລັດຖະມົນຕີ Ahmad Vahidi ປະກາດ​ວ່າ ອີຣານ ຈະ​ສືບ​ຕໍ່​ປົກ​ປ້ອງ​ບັນດາ​ສິດ​ຜະລິດ​ພະລັງງານ​ນິວ​ເຄຼຍຂອງ​ຕົນ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ ຈົ່ງ​ຮັບ​ຮູ້​ສະພາບ​ຕົວ​ຈິງ​ທີ່​ວ່າ Teheran ຈະ​ບໍ່​ປະລະ​ສິດ​ນີ້.

    ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Mehr ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານ​ສະມາ​ຊິດ​ສະພາ​ແຫ່ງ​ຊາດ​ອີຣານ Esmail Kosari ຊື່​ງຖື​ວ່າ ຮອບ​ເຈາລະຈາຄັ້ງ​ຕໍ່​ໄປລະຫວ່າງ​ອີຣານ ​ແລະ ກຸ່ມ 5 ປະ​ເທດ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ເຢຍລະ​ມັນ (P5+1) ຊື່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 18-19/6 ທີ່​ຈະ​ມາ​ເຖິງ ຢູ່​ມົດ​ສະ​ກູ ປະ​ເທ​ດລັດ​ເຊຍ ຈະ​ບໍ່​ນຳ​ມາ​ເຊີ່ງ​ໝາກຜົນ​ອັນຕັ້ງໜ້າ ຍ້ອນ​ອາ​ເມ​ລິ​ກາ, ຝະລັ່ງ ​ແລະ ອັງກິດ ​ສືບ​ຕໍ່​ນາບ​ຂູ່​ອີຣານ.

 

ຂ່າວ/ບົດ​ອື່ນ