ອີີ​ຣານ ເຊື້ອ​ເຊີນ ຜູ້​ອຳ​ນວຍ​ການ​ໃຫຍ່ IAEA ມາ ປະ​ເທດນີ້ ເພື່ອ​ເຈ​ລະ​ຈາ

(VOVWORLD) -ທ່ານ Grossi  ມາ ເຕເຮຣານ ຄັ້ງຫຼ້າສຸດໃນເດືອນກັນຍາ. ທ່ານ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍສິດໄດ້ເຂົ້າເຖິງອຸປະກອນຕິດຕາມຮາກຖານນິດເຄຼຍ ຂອງ ອີຣານ. 
ອີີ​ຣານ ເຊື້ອ​ເຊີນ ຜູ້​ອຳ​ນວຍ​ການ​ໃຫຍ່ IAEA ມາ ປະ​ເທດນີ້ ເພື່ອ​ເຈ​ລະ​ຈາ - ảnh 1ທ່ານ Rafael Mariano Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານ ປະລະມານູ ສາກົນ (IAEA) (ພາບ: AFP/TTXVN)

ອີຣານ ໄດ້ເຊື້ອເຊີນທ່ານ Rafael Mariano Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານ ປະລະມານູ ສາກົນ (IAEA) ເຂົ້າມາປະເທດນີ້ ເພື່ອເຈລະຈາ ພາຍຫຼັງ ເຈົ້າໜ້າທີ່ທ່ານນີ້ ສະແດງຄວາມວິຕົກກັງວົນ ກ່ຽວກັບ ເລື່ອງຂາດການພົບປະ ກັບອຳນາດການປົກຄອງ ອີຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ໃນວັນທີ 15 ພະຈິກ, ທ່ານ Saees Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານ Grossi ໄດ້ເຊື້ອເຊີນ ມາເຖິງ ເຕເຮຣານ ແລະ ຈຸດເວລາພົບປະກໍ່ທີ່ໄດ້ສະເໜີອອກມາ, ແຕ່ບໍ່ເຜີຍຂໍ້ມູນຢ່າງລະອຽດ. ຄາດວ່າ, ທ່ານ Grossi ຈະພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ ແລະ ການນຳອົງການພະລັງງານປະລະມານູ ອີຣານ.

ທ່ານ Grossi  ມາ ເຕເຮຣານ ຄັ້ງຫຼ້າສຸດໃນເດືອນກັນຍາ. ທ່ານ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍສິດໄດ້ເຂົ້າເຖິງອຸປະກອນຕິດຕາມຮາກຖານນິດເຄຼຍ ຂອງ ອີຣານ. ຕົ້ນເດືອນກັນຍາ ທີ່ຜ່ານມາ, IAEA ໄດ້ປະກາດບົດລາຍງານໂດຍຊີ້ແຈ້ງໜ້າທີ່ ກວດກາ ນິວເຄຼຍຂອງເຂົາເຈົ້າ ຢູ່ ອີຣານ ຖືກ “ອ່ອນລົງຢ່າງຮ້າຍແຮງ” ພາຍຫຼັງ ເຕເຮຣານ ຢຸດຕິບາງການເຄື່ອນໄຫວ ກວດກາ ຂອງ IAEA ສຳລັບການເຄື່ອນໄຫວນິວເຄຼຍ ຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ