ອີຣານ ເດັດຂາດບໍ່ປ່ຽນແປງຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 17 ມີນາ, ທ່ານ Ali Shamkhani ເລຂາສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ຖະແຫຼງວ່າ ອີຣານ ຈະບໍ່ຍອມຮັບ ບໍ່ວ່າການປ່ຽນແປງໃດໆ ສຳລັບຂໍ້ຕົກລົງນິວເຄຼຍ ເຊິ່ງປະເທດນີ້ ໄດ້ລົງນາມກັບບັນດາປະເທດມະຫາອຳນາດໃນໂລກ.
ອີຣານ ເດັດຂາດບໍ່ປ່ຽນແປງຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານ Ali Shamkhani ເລຂາສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ (ພາບ: IFP News/TTXVN))

ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງ ອາເມລິກາ ຖະແຫຼງວ່າ ວໍຊິງຕັນ ພວມເດີນຕາມສົນທິສັນຍາສະບັບ “ເພີ່ມເຕີມ” ກັບບັນດາປະເທດມະຫາອຳນາດເອີຣົບ.

        ສຳນັກຂ່າວສານ ISNA ຄັດຄຳປາໄສຂອງທ່ານ Ali Shamkhani ໂດຍຊີ້ແຈ້ງວ່າ: ອີຣານ ຈະບໍ່ຍອມຮັບ ບໍ່ວ່າການປ່ຽນແປງ, ຄຳອະທິບາຍໃດ ຫຼື ບໍ່ວ່າມາດຕະການໃໝ່ໃດໆ ເພື່ອແນໃສ່ຈຳກັດຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເຊິ່ງ ເຕເຮຣານ ພ້ອມກັບກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ໄດ້ລົງນາມເມື່ອປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ