ອີຣານ ເປີດການສືບສວນເຫດເຮືອບິນຂອງປະທານາທິບໍດີຕົກ

(VOVWORLD) - ທ່ານ Mohammad Bagheri ໄດ້ແຕ່ງຕັ້ງຄະນະກຳມະການສືບສວນຂັ້ນສູງເພື່ອຊອກຫາສາຍເຫດທີ່ແທ້ຈິງຂອງອຸບັດຕິເຫດ.
ອີຣານ ເປີດການສືບສວນເຫດເຮືອບິນຂອງປະທານາທິບໍດີຕົກ - ảnh 1ອີຣານ ໄດ້ອອກຄຳສັ່ງເປີດການສືບສວນກ່ຽວກັບສາຍເຫດທີ່ພາໄປເຖິງເລື່ອງ ເຮືອບິນເຮລີກອບເຕີຕົກ
(ພາບປະກອບ: AFP/TTXVN)

        ຕອນຄ່ຳວັນທີ 20 ພຶດສະພາ, ທ່ານ Mohammad Bagheri, ຫົວໜ້າເສນາທິການກອງທັບ ອີຣານ ໄດ້ອອກຄຳສັ່ງເປີດການສືບສວນກ່ຽວກັບສາຍເຫດທີ່ພາໄປເຖິງເລື່ອງເຮືອບິນເຮລີກອບເຕີຕົກ ເຮັດໃຫ້ທ່ານ Ebrahim Raisi, ປະທານາທິບໍດີຂອງປະເທດນີ້ເສຍຊີວິດໃນວັນທີ 19 ພຶດສະພາ. ພ້ອມກັບລັດຖະດຳລັດ, ທ່ານ Mohammad Bagheri ໄດ້ແຕ່ງຕັ້ງຄະນະກຳມະການສືບສວນຂັ້ນສູງເພື່ອຊອກຫາສາຍເຫດທີ່ແທ້ຈິງຂອງອຸບັດຕິເຫດ. ມາຮອດປະຈຸບັນ, ສື່ມວນຊົນ ແລະ ສື່ສານ ອີຣານ ລ້ວນແຕ່ອອກຂ່າວວ່າ, ອຸບັດຕິເຫດເກີດຂຶ້ນແມ່ນຍ້ອນເງື່ອນໄຂດິນຟ້າອາກາດບໍ່ດີ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20 ພຶດສະພາ, ພະຄາດີນັນອີຣານ Ali Khamenei ໄດ້ບົ່ງຕົວທ່ານ Mohammad Mokhber, ຮອງປະທານາທິບໍດີຜູ້ທີໜຶ່ງ ຮັບຜິດຊອບຄະນະກຳມະການປະທານາທິບໍດີຊົ່ວຄາວເພື່ອບໍລິຫານປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ