ອີຣານ ເປີດຕົວບັນດາພາຫະນະການທະຫານທັນສະໄໝທີ່ສຸດ

(VOVWORLD) -ລົດຫຸ້ມເກາະຍຸດທະວີທີ Aras-2 ລໍາຕ່າງໆມີຄວາມໄວສູງ ສາມາດເຄື່ອນໄຫວຢູ່ຕາມພູມສັນຖານທີ່ຫຼຸບໂນນໄດ້ດີ ແລະ ສາມາດປະກອບອາວຸດປະເພດໜັກໄດ້.
ອີຣານ ເປີດຕົວບັນດາພາຫະນະການທະຫານທັນສະໄໝທີ່ສຸດ - ảnh 1ລົດຫຸ້ມເກາະຫຼາຍຄັນທີ່ທັນສະໄໝທີ່ສຸດ ຂອງ ອີຣານ (ພາບ: Espana News/TTXVN)

ວັນທີ 13 ສິງຫາ, ລັດຖະບານ ອີຣານ ໄດ້ປະກາດ ລົດຫຸ້ມເກາະຫຼາຍຄັນທີ່ທັນສະໄໝທີ່ສຸດ ໂດຍບັນດານັກຊ່ຽວຊານຂອງກະຊວງປ້ອງກັນປະເທດຂອງປະເທດນີ້ ອອກແບບ ແລະ ຜະລິດ, ເຊິ່ງລວມມີ: ລົດຫຸ້ມເກາະທະຫານ Aras-2, ບັນດາຍານພາຫະນະລວມມີ ລົດຫຸ້ມເກາະບັນທຸກທະຫານກັນໝາກແຕກ ແລະ ກັນການດັກສະກັດ...

        ທ່ານ Hatami ລັດຖະມົນຕີກະຊວງປ້ອງກັນປະເທດນີ້ ໃຫ້ຮູ້ວ່າ ລົດຫຸ້ມເກາະຍຸດທະວີທີ Aras-2 ລໍາຕ່າງໆມີຄວາມໄວສູງ ສາມາດເຄື່ອນໄຫວຢູ່ຕາມພູມສັນຖານທີ່ຫຼຸບໂນນໄດ້ດີ ແລະ ສາມາດປະກອບອາວຸດປະເພດໜັກໄດ້. ທ່ານເນັ້ນໜັກວ່າ ເລື່ອງທີ່ສາມາດຜະລິດລົດຫຸ້ມເກາະນີ້ໄດ້ ແມ່ນບາດກ້າວເດີນທີ່ໃຫຍ່ຫຼວງໃນການຕອບສະໜອງບັນດາຄວາມຕ້ອງການທີ່ຈໍາເປັນຂອງກໍາລັງປະກອບອາວຸດ ອີຣານ.

        ຫວ່າງມໍ່ໆມານີ້, ອີຣານ ບັນລຸໄດ້ບັນດາຄວາມຄືບໜ້າໃນຂົງເຂດປ້ອງກັນຊາດ ແລະ ສາມາດຜະລິດອຸປະກອນການທະຫານ ກໍຄື ອາວຸດປະເພດໜັກ ດ້ວຍຕົນເອງ ໂດຍບໍ່ຫົວຊາວ່າ ຕ້ອງປະເຊີນໜ້າກັບບັນດາຄໍາສັ່ງລົງໂທດ ແລະ ກໍາລັງກົດດັນດ້ານເສດຖະກິດຈາກຝ່າຍຕາເວັນຕົກ.


ຕອບກັບ

ຂ່າວ/ບົດ​ອື່ນ