ອີຣານ ເຜີຍຈຸດເວລາເຊື່ອມຕໍ່ການເຈລະຈາຂໍ້ຕົກລົງນິວເຄຼຍ JCPOA ຄືນໃຫມ່

(VOVWORLD) -ຖະແຫລງການຂອງທ່ານ Khatibzadeh ໄດ້ຍົກອອກມາສອງສາມມື້ພາຍຫລັງບັນດາຝ່າຍສິ້ນສຸດຮອບເຈລະຈາຫລ້າສຸດ
ອີຣານ ເຜີຍຈຸດເວລາເຊື່ອມຕໍ່ການເຈລະຈາຂໍ້ຕົກລົງນິວເຄຼຍ JCPOA ຄືນໃຫມ່ - ảnh 1ການເຈລະຈາໃນວັນທີ 17 ທັນວາ 2021 (ພາບ: THX/TTXVN)

ວັນທີ 20 ທັນວາ ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Saeed Khatibzadeh ໃຫ້ຮູ້ວ່າ: ການເຈລະຈາກ່ຽວກັບຂໍ້ຕົກລົງ ນິວເຄຼຍ ດ້ວຍຊື່ເອີ້ນວ່າ: ແຜນການເຄື່ອນໄຫວຮ່ວມຮອບດ້ານ(JCPOA)  ຈະໄດ້ເຊື່ອມຕໍ່ຄືນໃຫມ່ ຢູ່ ວຽນ ປະເທດ ອົດຕາລິດ ພາຍຫລັງວັນບຸນ ກຼິດສະມາດ. ຖະແຫລງການຂອງທ່ານ Khatibzadeh ໄດ້ຍົກອອກມາສອງສາມມື້ພາຍຫລັງບັນດາຝ່າຍສິ້ນສຸດຮອບເຈລະຈາຫລ້າສຸດກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ ຢູ່ ນະຄອນຫລວງ ອົດຕາລິດ. ບັນດາຝ່າຍໄດ້ເຫັນດີກ່ຽວກັບບາງເນື້ອໃນດັດປັບໃນຂໍ້ຕົກລົງ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ