ອີ​ຣານ ເລີ່ມ​ຕົ້ນ​ວິ​ວັດ​ທະ​ນາ​ການ​ຈົດ​ທະ​ບຽ​ນ​ຜູ້ສະ​ໝັກ​ຮັບ​ ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ

(VOVWORLD) - ຕາມສື່ມວນຊົນ ອີຣານແລ້ວ, ວິວັດການຈົດທະບຽນ ຜູ້ສະໝັກຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ  ຈະແກ່ຍາວໃນເວລາ 5 ວັນ. 
ອີ​ຣານ ເລີ່ມ​ຕົ້ນ​ວິ​ວັດ​ທະ​ນາ​ການ​ຈົດ​ທະ​ບຽ​ນ​ຜູ້ສະ​ໝັກ​ຮັບ​ ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ - ảnh 1(ພາບປະກອບ:  AFP/TTXVN)

ວັນທີ 30 ພຶດສະພາ, ອົງການເລືອກຕັ້ງອີຣານ ໄດ້ເລີ່ມເປີດປະຕູຮັບຄຳຮ້ອງຈົດທະບຽນຜູ້ສະໝັກຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ ຄົນທີ 14 ທີ່ໄດ້ດຳເນີນຈະຈັດຂຶ້ນຢູ່ປະເທດນີ້ ຫັໃນ 1 ເດືອນຈະມາເຖິງ. ຕາມສື່ມວນຊົນ ອີຣານແລ້ວ, ວິວັດການຈົດທະບຽນ ຜູ້ສະໝັກຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ  ຈະແກ່ຍາວໃນເວລາ 5 ວັນ. 1 ໃນບັນດາເງື່ອນໄຂທີ່ບັນດາຜູ້ສະໝັກຮັບເລືອກຕັ້ງຕ້ອງມີນັ້ນແມ່ນຢູ່ໃນເກນອາຍຸແຕ່ 40 - 70 ປີ.

ແຈ້ງການຫຼ້າສຸດຂອງ ອົງການເລືອກຕັ້ງ ອີຣານ ໃຫ້ຮູ້ວ່າ ຮອດຕອນແລງຂອງວັນດຽວກັນ, ມີຜູ້ສະໝັກຮັບເລືອກຕັ້ງ 3 ຄົນ ມາຈົດທະບຽນເຂົ້າຮ່ວມການເລືອກຕັ້ງ ການນຳຄົນໃໝ່ຂອງປະເທດນີ້ ແທນ ໃນທ່ານປະທານາທິບໍດີ Ebrahim Raisi ເຊິ່ງເສຍຊີວິດໃນເຫດອຸບັດຕິເຫດ ເຮີລີກອບເຕີຕົກ ໃນວັນທີ 19 ພຶດສະພາ. ເຖິງຢ່າງໃດກໍຕາມ, ຊື່ຂອງຜູ້ສະໝັກຮັບເລືອກຕັ້ງຍັງບໍ່ທັນໄດ້ຮັບການເປີດເຜີຍເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ