ອີຣານ ເສີມທາດອູຣານຽມ ສູງກ່ວາລະດັບໄດ້ປະກາດ

ອີຣານ ເສີມທາດອູຣານຽມ ສູງກ່ວາລະດັບໄດ້ປະກາດ - ảnh 1
ວິການ​ການ​ນິວ​ເຄຼຍ ຢູ່​ອີຣານ

( vovworld ) –  ​ອົງການ​ພະລັງງານ​ປະລາມາ​ນູສາກົນ (IAEA) ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ສັງ​ເກດ​ການ​ຂອງ​ເຂົາ​ເຈົ້າ ​ໄດ້​ຄົ້ນພົບ​ຮ່ອງ​ຮອຍ​ຂອງ​ທາດ​ອູຣານຽມ​ທີ່​ໄດ້​ເສີມ​ຢູ່​ໃນ​ລະດັບ 27% ຢູ່​ໂ​ຮງງານ Fordow ຊື່​ງ​ແມ່ນ​ລະດັບສູງ​ກ່ວາ 20% ຊື່​ງ​ເຕ​ເຮຣານ ປະກາດ​ເຂົາ​ເຈົ້າພວມ​ປະຕິບັດ. ລະດັບ​ເສີມ​ທາດ​ອູຣານຽມສູງ​ກ່ວາ​ດັ່ງກ່າວ ຖືກ​ຖື​ວ່າ: ນອນ​ໃນ​ຂອບ​ເຂດ​ຂອງ​ການ​ເຄື​ອ່ນ​ໄຫວ​ເສີມ​ທາດ​ອູຣານຽມ​ເປັນ​ປົກກະຕິ​ຢູ່​ຮາກ​ຖານ Fordow ຊື່​ງ​ສະ​ແດງໃຫ້​ເຫັນ​ວ່າ ມັນ​ບໍ່​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ​ໃຫ່ຍ. ທາດ​ອູຣານຽມ​ໄດ້​ເສີມ​ນັ້ນ ອາດ​ຈະ​ໄດ້​ນຳ​ໃຊ້​ເພື່ອ​ຮັບ​ວັດ​ຖະດິບ​ໃຫ້​ບັນດາ​ໂຮງງານ, ຊື່​ງ​ແມ່ນ​ຈຸດປະສົງ​ທີ່​ຍາມ​ໃດ​ອີຣານ ກໍ່​ໄດ້​ຢືນຢັນ ​ແຕ່​ອາດ​ຈະ​ນຳ​ໃຊ້​ເພື່ອ​ເປັນ​ວັດຖຸ​ດິບ​ໃຫ້​ແກ່​ລູກ​ລະ​ເບີດ. ນີ້​ແມ່ນ​ສິ່ງ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ຖືວ່າ ​ແມ່ນ​ຈຸດປະສົງ​ສຸດ​ທ້າຍ​ຂອງ​ອີຣານ ​ແຕ່ ອີຣານ ພັດ​ໄດ້​ປະຕິ​ເສດ.

ຂ່າວ/ບົດ​ອື່ນ