ອີ​ຣານ ແຈ້ງ​ໃຫ້​ຊາບ​ຈະ​ເຊື່ອມ​ຕໍ​່​ການ​ເຈ​ລະ​ຈາ​ນິວ​ເຄຼຍ ໃນ​ວັນ​ທີ 09 ທັນ​ວາ

(VOVWORLD) - ວັນທີ 07 ທັນວາ, ບັນດາສຳນັກຂ່າວສານຂອງ ອີຣານ ໄດ້ໃຫ້ຂ່າວກ່ຽວກັບການເຈລະຈາທາງອ້ອມລະຫວ່າງປະເທດນີ້ ກັບ ອາເມລິກາ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ປີ 2015 - ຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຈະໄດ້ຮັບການເຊື່ອມຕໍ່ຄືນໃນວັນທີ 09 ທັນວາ.
ອີ​ຣານ ແຈ້ງ​ໃຫ້​ຊາບ​ຈະ​ເຊື່ອມ​ຕໍ​່​ການ​ເຈ​ລະ​ຈາ​ນິວ​ເຄຼຍ ໃນ​ວັນ​ທີ 09 ທັນ​ວາ - ảnh 1ການເຈລະຈາຂອງການນຳບັນດາຝ່າຍທີ່ກ່ຽວຂ້ອງຢູ່ ວຽນ, ໂອຕາລິດ ໃນວັນທີ 29/11/2021 (ພາບ: THX/TTXVN)

ເຂົ້າຮ່ວມການເຈລະຈາຄັ້ງນີ້ ຄາດວ່າຈະມີຄະນະນັກເຈລະຈາມາຈາກ ອັງກິດ, ຈີນ, ຝລັ່ງ, ເຢຍລະມັນ ແລະ ລັດເຊຍ, ໃນນັ້ນ ຄະນະຜູ້ແທນ ອາເມລິກາ ຈະເຂົ້າຮ່ວມແບບທາງອ້ອມ ໂດຍຜ່ານອົງການ ອີຢູ.

        ໃນວັນດຽວກັນ, ຝລັ່ງ ກໍໃຫ້ຮູ້ວ່າ ຂໍ້ສະເໜີຂອງ ອີຣານ ໃນການເຈລະຈາເພື່ອຟື້ນຟູຂໍ້ຕົກລົງ JCPOA ຢູ່ ວຽນເມື່ອທ້າຍອາທິດແລ້ວນີ້ ຍັງຂາດເນື້ອໃນທີ່ຈຳເປັນ ແລະ ຍັງບໍ່ທັນສອດຄ່ອງກັບເປົ້າໝາຍສຸດທ້າຍແມ່ນຟື້ນຟູຂໍ້ຕົກລົງຢ່າງວ່ອງໄວ ພ້ອມທັງເຄົາລົບຜົນປະໂຫຍດຂອງທຸກຝ່າຍທີ່ກ່ຽວຂ້ອງ. ຖະແຫຼງການດັ່ງກ່າວກໍສະແດງ “ຄວາມຜິດຫວັງ” ກ່ຽວກັບການເຈລະຈາຄັ້ງຕ່າງໆທີ່ບໍ່ບັນລຸໄດ້ຄວາມຄືບໜ້າ ພາຍຫຼັງ ວັນທີ 03 ທັນວາ, ນັກການທູດ ອີຣານ ແລະ ບັນດາປະເທດມະຫາອຳນາດໄດ້ເຫັນດີ ຢຸດການເຈລະຈາຊົ່ວຄາວໃນ 2 – 3 ວັນເພື່ອຂໍຄຳປຶກສານຳລັດຖະບານສາກ່ອນ.


ຕອບກັບ

ຂ່າວ/ບົດ​ອື່ນ