ອີ​ຣານ ແລະ EU ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ຄືນ​ໃໝ່

(VOVWORLD) -  ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈາຂອງ ອີຣານ ຊີ້ແຈ້ງວ່າ ການພົບປະກັບທ່ານ Enrique Mora ຢູ່ Doha (ປະເທດກາຕາ)ໄດ້ດຳເນີນ ຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ.
ອີ​ຣານ ແລະ EU ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ຄືນ​ໃໝ່ - ảnh 1ໂຮງງານຜະລິດໄຟຟ້ານິວເຄຼຍ Zaporizhzhia (ພາບ: AFP/TTXVN)

ວັນທີ 21 ມິຖຸນາ, ອີຣານ ປະກາດວ່າ ຜູ້ຕາງໜ້າປະເທດນີ້ໄດ້ພົບປະກັບທ່ານ Enrique Mora ຫົວໜ້າຄະນະເຈລະຈາຂອງ ສະຫະພາບ ເອີລົບ (EU) ແລ້ວ, ການພົບປະແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ ລົງນາມໃນປີ 2015 ກັບບັນດາປະເທດມະຫາອຳນາດ ໃນສະພາບການອີຣານ ແລະ ອາເມລິກາ ພວມຊອກຫາວິທີການຫຼຸດຜ່ອນຄວາມເຄັ່ງຕຶງ ເພື່ອແນໃສ່ແກ້ໄຂສະພາບການຈົນຕະແຈໃນການເຈລະຈາ. ໂດຍແບ່ງປັນຢູ່ສື່ສັງຄົມອອນລາຍ Twitter, ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈາຂອງ ອີຣານ ຊີ້ແຈ້ງວ່າ ການພົບປະກັບທ່ານ Enrique Mora ຢູ່ Doha (ປະເທດກາຕາ)ໄດ້ດຳເນີນ ຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ. ສອງຝ່າຍໄດ້ແລກປ່ຽນທັດສະນະ ແລະ ປຶກສາຫາລືກ່ຽວກັບຫຼາຍບັນຫາ, ໃນນັ້ນ ມີການເຈລະຈາກ່ຽວກັບການຍົກເລີກບັນດາມາດຕະການລົງໂທດ.

ອີຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ຈີນ, ລັດເຊຍ - ພ້ອມກັບເຢຍລະມັນ) ໄດ້ລົງນາມຂໍ້ຕົກລົງນິວເຄຼຍ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເມື່ອເດືອນກໍລະກົດປີ 2015. ເຖິງຢ່າງໃດກໍ່ຕາມ, ປີ 2018, ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງນີ້ ແລະ ຈັດວາງບັນດາຄຳສັ່ງລົງໂທດດ້ານເສດຖະກິດໃສ່ອີຣານ ແລະ ກົງກັນຂ້າມ ອີຣານ ກໍ່ຫຼຸດບັນດາຄຳໝັ້ນສັນຍາຂອງປະເທດນີ້ ໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ