ອີຣານ ແລະ IAEA ບັນລຸຂໍ້ຕົກລົງຕື່ມອີກກ່ຽວກັບບັນຫານິວເຄຼຍ

ອີຣານ ແລະ IAEA ບັນລຸຂໍ້ຕົກລົງຕື່ມອີກກ່ຽວກັບບັນຫານິວເຄຼຍ - ảnh 1
(ພາບປະກອນ)

(vovworld) - ວັນ​ທີ 09/02, ທູດ​ພິ​ເສດ​ຂອງ​ອີຣານ ປະຈຳ​ອົງການ​ພະລັງງານ​ລະມານຸ​ສາກົນ (IAEA) ທ່ານ Reza Najafi ​ໃຫ້​ຮູ້​ວ່າ, ທີ່​ບັນດາ​ການ​ເຈລະ​ຈາ​ກັບ IAEA, ປະ​ເທດ​ນີ້​ໄດ້​ເຫັນ​ດີຕໍ່ 7 ບາດກ້າວ​ຕົວ​ຈິງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການຮັບປະກັນ​ລັກສະນະ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຣຣານ. ຕາມ​ທູດ​ພິ​ເສດ Reza Najafi ​ແລ້ວ, ​ໄດ້​ມີ​ 7 ບາດກ້າວຕື່​ມອີກທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ IAEA ​ເຊິ່ງ 2 ຝ່າຍ​​ໄດ້ເຫັນ​ດີນຳ​ກັນ ​ແລະ ຮອດ​ວັນ​ທີ 15/05 ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ​ແຕ່​ວ່າ, ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ນີ້​ບໍ່​ໄດ້​ຮັບ​ການ​ປະກາດ​ເທື່ອ. ຄາດ​ວ່າ, ຜູ້ອຳນວຍການ​ໃຫຍ່ IAEA ທ່ານ Yukia Amano ຈະລາ​ຍງານ​ໝາກຜົນ​ກອງ​ປະຊຸມ​ນີ້​ກັບ​ການ​ນຳ IAEA. ຖະ​ແຫຼ​ງຂ່າວ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງສິ້ນ​ສຸດ​ການ​ເຈລະຈາ​ເປັນ​ເວລາ 2 ວັນ ​ລະຫວ່າງ​ບັນດາ​ຜູ້​ຊ່ຽວຊານ IAEA ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ນິວ​ເຄຼຍອີຣານ ​ໂດຍ​ທ່ານ Reza Najafi ນຳ​ໜ້າ.

ຂ່າວ/ບົດ​ອື່ນ