ອີຣານ ແລະ ກຸ່ມ P5+1 ເຫັນດີຈັດຮອບເຈລະຈາໃໝ່ໃນທ້າຍເດືອນ 02

ອີຣານ ແລະ ກຸ່ມ P5+1 ເຫັນດີຈັດຮອບເຈລະຈາໃໝ່ໃນທ້າຍເດືອນ 02 - ảnh 1
ອີຣານ ແລະ ກຸ່ມ P5+1 ເຫັນດີຈັດຮອບເຈລະຈາໃໝ່ໃນທ້າຍເດືອນ 02
(ພາບ: AFP)


(vovworld) – ຕອນຄໍ່າວັນທີ 22/02, ບັນດາຜູ້ຕາງໜ້າຂອງອີຣານ ແລະ ກຸ່ມ P5+1 (​ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ ) ​ໄດ້ດຳ​ເນີນ​ການ​ເຈລະຈາ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ​ໃນ​ຄວາມ​ມານະ​ພະຍາຍາມ​ບັນລຸ​ຂໍ້​ຕົກລົງ​ຮອບດ້ານ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ໂຕະ​ຖຽງກັບ​ທີ່​ແກ່ຍາວ​ກ່ຽວ​ກັບ​​ໂຄງການ​ນິວ​ເຄຼຍ ຂອງ​ອີຣານ ​ແລະ ກໍ່​ໃນ​ວັນ​ດຽວກັນ, ທ່ານ​ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທ​ດອີຣານ Mohammad Javad Zarif ກໍ່​ເລີ່ມດຳ​ເນີນການ​ເຈລະຈາຮອບ​ໃໝ່ຢູ່​ເຊີ​ແນວ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາລະ​ຫວ່າງ​ອີຣານ ​ແລະ ກຸ່ມ P5+1, ຫົວໜ້າ​ຄະນະ​ເຈລະຈາ​ຈີນ ​ໃຫ້​ຮູ້​ວ່າ, ບັນດາ​ຝ່າຍ​ໄດ້​ປຶກສາ​ຫາລື​ບັນຫາ​ຕົ້ນ​ຕໍ່ ​ແລະ ​ເຫັນ​ດີ​ຈະ​ຈັດ​ຕັ້ງ​ຮອບ​ເຈລະຈາ​ຕໍ່​ໄປ​ໃນ​ທ້າຍ​ເດືອນ 02.

        ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຮູ້​ວ່າ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ລັດຖະມົນຕີວ່າການ​ກະຊວງພະລັງງານ​ອາ​ເມ​ລິ​ກາ ​ແລະ ຫົວໜ້າ​ອົງການ​ພະລັງງານ​ປະລະມານູອີຣານ ​ເຂົ້າ​ຮ່ວມ​ການ​ເຈລະຈາ ນີ້​ແມ່ນ​ສັນຍາ​ນຊີ້​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຂອງ​ຝ່າ​ຍຕ່າງໆ​ທີ່ຢາກ​ບັນລຸ​ໄດ້​ຂໍ້​ຕົກລົງ​ຮອບດ້ານ.

ຂ່າວ/ບົດ​ອື່ນ