ອີຣານ ແລະ ກຸ່ມ P5+1ກະກຽມຈັດກອງປະຊຸມ

ອີຣານ ແລະ ກຸ່ມ P5+1ກະກຽມຈັດກອງປະຊຸມ - ảnh 1
(ພາບປະກອບ / Reuters/TTXVN)

(vovworld) - ບັນດາ​ຜູ້ຕາງໜ້າ​ຂອງ ອີຣານ ​ແລະ ກຸ່ມ P5+1 ( ລວມມີ ອາ​ເມ​ລິ​ກາ, ລັດ​ເຊຍ, ອັງກິດ, ຝລັ່ງ, ຈີນ ​ແລະ ​ເຢຍລະ​ມັນ) ຄາດ​ວ່າ​ຈະ​ມີ​ການ​ປະຊຸມ ​ໃນ​ວັນ​ທີ 10/1/2017 ຕາມ​ຂໍ້​ສະ​ເໜີ​ຂອງ ​Tehran, ​ເພື່ອ​ແນ​ໃສ່​ພິຈາລະນາ​ເລື່ອງ ອາ​ເມ​ລິ​ກາ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 10 ປີ ສຳລັບ​ຄຳ​ສັ່ງ​ລົງ​ໂທດ​ຕ້ານ​ຄືນ​ປະ​ເທດ ສ ອິດ​ສະ​ລາມ​ນີ້. ໜັງສືພິມ Tehran Times ຂອງ​ອີຣານ ​ໄດ້​ຄັດ​ສະ​ເໜີ​ແຈ້ງ​ການ​ຂອງ​ສະຫະພາບ​ເອີ​ລົບ​ໃນ​ວັນ​ທີ 24/12 ​ໂດຍ​ໃຫ້​ຮູ້​ວ່າ, ການ​ປະຊຸມ​ຈະ​ຕີ​ລາຄາ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ​ນິວຄະ​ເລຍ ກໍ່​ຄື​ປຶກສາ​ຫາລື​ບັນດາ​ບັນຫາ​ຖືກ​ຍົກ​ອອກ​ມາ​ໃນ​ຈົດໝາຍ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ຝາກ​ເຖິງ​ຜູ້ຕາງໜ້າ​ພິ​ເສດ, ຮັບຜິດຊອບ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ​ສະຫະພາບ​ເອີ​ລົບ​ ​ໃນ​ວັນ​ທີ 16/12 ຜ່ານ​ມາ. ອີຣານຖື​ວ່າ, ​ເລື່ອງ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ຕົກລົງ​ຕໍ່​ກຳນົດ​ເວລາ​ລົງ​ໂທດ ອີຣານ (ISA) ຕື່ມ​ອີກ 10 ປີ ​ແມ່ນ​ການລະ​ເມີດ​ບັນດາ​ມາດຕາ​ຂອງ​ຂໍ້​ຕົກລົງ​ນິວຄະ​ເລຍ ​ເຊິ່ງ Tehran ​ໄດ້​ລົງ​ນາມ​ກັບ​ກຸ່ມ P5+1 ​ເມື່ອ​ເດືອນ 7 ປີ 2015.

ຂ່າວ/ບົດ​ອື່ນ