ອີ​ຣານ ແລະ ບັນ​ດາ​ປະ​ເທດ ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ ຮອບ​ທີ 6

(VOVWORLD) -ການເຈລະຈາຮອບທີ 6 ນີ້ ໄດ້ເລີ່ມຕົ້ນດ້ວຍການດຳເນີນກອງປະຊຸມຂອງບັນດາຝ່າຍທີ່ຍັງເຫຼືອໃນຂໍ້ຕົກລົງ ສະບັບດັ່ງກ່າວ, ເຊິ່ງລວມມີ ອີຣານ, ລັດເຊຍ, ຈີນ, ຝລັ່ງ, ອັງກິດ, ເຢຍລະມັນ ແລະ ສະຫະພາບເອີຣົບ (ອີຢູ). 
ອີ​ຣານ ແລະ ບັນ​ດາ​ປະ​ເທດ ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ ຮອບ​ທີ 6 - ảnh 1 ທ່ານ Abbas Araqchi ຮອງລັດຖະມົນຕີການຕ່າງປະເທດ ທັງເປັນຫົວໜ້າຄະນະນັກເຈລະຈານິວເຄຼຍ ຂອງ ອີີຣານ (ເບື້ອງຂວາມື) ຢູ່ການເຈລະຈາຂອງ ຄະນະກຳມະການຕິດຕາມກວດກາ JCPOA  (ພາບ: IRNA/TTXVN)

  ວັນທີ 12 ມິຖຸນາ, ອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກ ໄດ້ດຳເນີນການເຈລະຈາຮອບທີ 6 ຢູ່ ນະຄອນຫຼວງ ວຽນ ປະເທດໂອຕາລິດ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ເຊິ່ງໄດ້ຮັບຖືວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ພາຍຫຼັງທີ່ ເຢຍລະມັນ ຮຽກຮ້ອງໃຫ້ຕ້ອງຍູ້ໄວຄວາມຄືບໜ້າຂອງການເຈລະຈາ. ການເຈລະຈາຮອບທີ 6 ນີ້ ໄດ້ເລີ່ມຕົ້ນດ້ວຍການດຳເນີນກອງປະຊຸມຂອງບັນດາຝ່າຍທີ່ຍັງເຫຼືອໃນຂໍ້ຕົກລົງ ສະບັບດັ່ງກ່າວ, ເຊິ່ງລວມມີ ອີຣານ, ລັດເຊຍ, ຈີນ, ຝລັ່ງ, ອັງກິດ, ເຢຍລະມັນ ແລະ ສະຫະພາບເອີຣົບ (ອີຢູ). ຄະນະຜູ້ແທນ ອາເມລິກາ ຕ້ອງເຂົ້າຮ່ວມການເຈລະຈາຄັ້ງນີ້ຕາມຮູບການທາງອ້ອມ ເມື່ອ ອີຣານປະຕິເສດບັນດາການພົບປະໂດຍກົງ. ທ່ານ Enrique Mora  ທູດພິເສດຂອງ ອີຢູ ຜູ້ທີ່ຮັບຜິດຊອບວຽກງານປະສານງານໃນການປຶກສາຫາລືຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ໄດ້ສະແດງຄວາມຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງໃນຮອບເຈລະຈາຄັ້ງນີ້. ເຖິງຢ່າງໃດກໍຕາມ, ບັນດາທູດພິເສດອື່ນໆ ພັດໃຫ້ການຕີລາຄາຢ່າງລະມັດລະວັງກວ່າ, ໂດຍຖືວ່າ ມີຫຼາຍບັນຫາທີ່ຫຍຸ້ງຍາກ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ. 

ຕອບກັບ

ຂ່າວ/ບົດ​ອື່ນ