ອີ​ຣານ ແລະ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ​ຮອບ​ໃໝ່ ກ່ຽວ​ກັບ​ຂໍ້​ຕົກ​ລົງ ນິວ​ເຄຼຍ

(VOVWORLD) -ທ່ານ Mikhail Ulyanov ຜູ້ຕາງໜ້າຄະນະນັກເຈລະຈາ ລັດເຊຍ ແລະ ທ່ານ Iran Ali Rabiei  ໂຄສົກລັດຖະບານ ອີຣານ ຕ່າງກໍໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ນຳ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ອີີຣານ 2015, ໂດຍຖືວ່າ ການເຈລະຈາຮອບທີ 5 ນີ້ ອາດຈະແມ່ນຮອບເຈລະຈາສຸດທ້າຍ. 
ອີ​ຣານ ແລະ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ​ຮອບ​ໃໝ່ ກ່ຽວ​ກັບ​ຂໍ້​ຕົກ​ລົງ ນິວ​ເຄຼຍ - ảnh 1ການເຈລະຈາລະຫວ່າງ ອີຣານ ແລະ ບັນດາປະເທດມະຫາອຳນາດ ໃນວັນທີ 19 ພຶດສະພາ ຢູ່ ວຽນ (ພາບ:THX/TTXVN)

ວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ, ອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກ ໄດ້ເລີ່ມດຳເນີນການເຈລະຈາຮອບທີ 5 ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ JCPOA.

        ພາຍຫຼັງກອງປະຊຸມຂອງຄະນະກຳມະການປະສົມ JCPOA ທີ່ດຳເນີນໃນຕອນບ່າຍວັນທີ 25 ພຶດສະພາ, ທ່ານ Mikhail Ulyanov ຜູ້ຕາງໜ້າຄະນະນັກເຈລະຈາ ລັດເຊຍ ແລະ ທ່ານ Iran Ali Rabiei  ໂຄສົກລັດຖະບານ ອີຣານ ຕ່າງກໍໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ນຳ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ອີີຣານ 2015, ໂດຍຖືວ່າ ການເຈລະຈາຮອບທີ 5 ນີ້ ອາດຈະແມ່ນຮອບເຈລະຈາສຸດທ້າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ