ອີຣານ ແລະ ປາກິດສະຖານ ເລີ່ມລົງມືກໍ່ສ້າງທໍ່ສົ່ງອາຍແກດ

ອີຣານ ແລະ ປາກິດສະຖານ ເລີ່ມລົງມືກໍ່ສ້າງທໍ່ສົ່ງອາຍແກດ - ảnh 1
ທ່ານ​ປະທານາທິບໍດີ  ອີຣານ ແລະ ທ່ານ​ປະທານາທິບໍດີ ປາ​ກິດ​ສະຖານ ໃນ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ທໍ່​ສົ່ງ​ອາຍ​ແກ​ດ
(ພາບ: Pakistan News)

(vovworld) - ທ່ານ​ປະທານາທິບໍດີ  ອີຣານ Mohmoud Admadinejad ​ແລະ ທ່ານ​ປະທານາທິບໍດີ ປາ​ກິດ​ສະຖານ Asif Ali Zardari ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ທໍ່​ສົ່ງ​ອາຍ​ແກ​ດ ດ້ວຍ​ມູນ​ຄ່າ 7,5 ຕື້ USD ​ເຊື່ອມຕໍ່ 2 ປະ​ເທດນຳ​ກັນ. ພິທີ​ດັ່ງກ່າວ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້. ​ໃນ​ຖະ​​ແຫຼ​ງການ​ຮ່ວມ, ການ​ນຳ 2 ທ່ານ​ຢັ້ງຢືນ​​ວ່າ: ​ໂຄງການ​ທໍ່​ສົ່ງ​ອາຍ​ແກ​ດນີ້​ພາຍຫຼັງ​ໄດ​້ຮັບ​ການ​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງທັງ ອີຣານ ​ແລະ ປາ​ກິດ​ສະຖານ, ພ້ອມ​ທັງ​ປັບປຸງ​ບັນດາ​ສາຍ​ພົວພັນ​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ລະຫວ່າງ 2 ປະ​ເທດ​. ​ໂຄງການ​ໄດ​້ຮັບ​ການ​ເລີ່​ມລົງມື​ກໍ່ສ້າງ​ໃນ​ສະພາບ​ການ​ທີ່ ອີຣານ ພວມ​ຮັບ​ຄຳ​ສັ່ງ​ຂວ້ຳ​ບາດ​ຈາກ ອາ​ເມ​ລິ​ກາ​ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ສຳລັບຂະ​ແໜງ​ນ້ຳມັນ​ອາຍ​ແກ​ດ. ​​ທໍ່ສົ່ງ​ນ້ຳມັນຕອນ​ຢູ່ປະ​ເທດ ປາ​ກິດ​ສະຖານ ມີ​ຄວາມ​ຍາວ 780 ກມ, ດ້ວຍ​ມູນ​ຄ່າ​ປະ​ມານ 1,5 ຕື້ USD, ປະ​ຈຸບັນພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ ​ແລະ ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ຕໍ່ ອີຣານ. ກ່ອນ​ໜ້າ​ນັ້ນ, ​ເຕ​ເຮຣານ​ໄດ້​ໃຫ​້ຄຳ​ໝັ້ນ​ສັນຍາ​ສະຫງວນ​ເງິນ 500 ລ້ານ USD ​ເພື່ອ​ຊ່ວຍ ​ປາ​ກິດ​ສະຖານ ກໍ່ສ​້າງ​ທໍ່​ສົ່ງ​ອາຍ​ແກ​ດ​ໃນ​ບໍລິ​ເວນ​ປະ​ເທດ​ນີ້, ​ແຕ່​ Islamabad ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​ບ້ວງ​ເງິນ 1 ຕື້ USD ທີ່ຍັງ​ເຫຼືອ​ເພື່ອ​ກໍ່ສ້າງ​​ໂຄງການ​ໃຫ້ສຳ​ເລ​ັດ​.

ຂ່າວ/ບົດ​ອື່ນ