ອີ​ຣານ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ສາຍ​ພົວ​ພັນ​ສອງ​ຝ່າຍ​ເປັນ​ປົກ​ກະ​ຕິ​ຄືນ​ໃໝ່

(VOVWORLD) -ການພົວພັນຂອງ ອີຣານ ກັບ ກູເວດ ແລະ ບັນດາປະເທດ ອາຣັບ ເອມມີເລດ (UAE) ໄດ້ມີຄວາມກ້າວໜ້າເມື່ອສອງປະເທດ ອາຣັບ ນີ້ ຈັດສົ່ງເອກອັກຄະລັດຖະທູດໄປປະຈຳການຢູ່ ອີຣານ ຄືນໃໝ່. 
ອີ​ຣານ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ສາຍ​ພົວ​ພັນ​ສອງ​ຝ່າຍ​ເປັນ​ປົກ​ກະ​ຕິ​ຄືນ​ໃໝ່ - ảnh 1(ພາບປະກອບ: tehrantimes.com)

ອີຣານ ແລະ ອາຣັບບີ ຊະອຸດິ ຈະເຊື່ອມຕໍ່ການເຈລະຈາກ່ຽວກັບການສ້າງສາຍພົວພັນສອງຝ່າຍເປັນປົກກະຕິຄືນໃໝ່. ນີ້ແມ່ນຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian ໃນວັນທີ 29 ມັງກອນ ເມື່ອສະແດງທັດສະນະກ່ຽວກັບການເຈລະຈາຮອບຕໍ່ໄປ ແນໃສ່ເຊື່ອມຕໍ່ການພົວພັນລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ຄືນໃໝ່. ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ ກໍໃຫ້ຮູ້ວ່າ ການພົວພັນຂອງ ອີຣານ ກັບ ກູເວດ ແລະ ບັນດາປະເທດ ອາຣັບ ເອມມີເລດ (UAE) ໄດ້ມີຄວາມກ້າວໜ້າເມື່ອສອງປະເທດ ອາຣັບ ນີ້ ຈັດສົ່ງເອກອັກຄະລັດຖະທູດໄປປະຈຳການຢູ່ ອີຣານ ຄືນໃໝ່. ທ່ານ Amir – Abdollahian ກໍສະແດງຄວາມເຊື່ອໝັ້ນວ່າ ອີີຣານ ແລະ ບາເຣັນ ຈະສາມາດຜ່ານຜ່າໄລຍະເຈລະຈານີ້ ແລະ ກ້າວເຂົ້າສູ່ໄລຍະຕໍ່ໄປ, ນັ້ນແມ່ນເປີດກວ້າງການຮ່ວມມືຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ