ອີຣານ ແລະ ອາເມລິກາ ສືບຕໍ່ເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍຜ່ານ Oman

(VOVWORLD) - ໂຄສົກທ່ານນີ້ໄດ້ຢັ້ງຢືນວ່າ ຝ່າຍ ອີຣານ ຍາມໃດກໍ່ຮັບປະກັນການຮັກສາການໂອ້ລົມເຈລະຈາທີ່ “ກະຈ່າງແຈ້ງ”.
ອີຣານ ແລະ ອາເມລິກາ ສືບຕໍ່ເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍຜ່ານ Oman - ảnh 1ນັກເຕັກນິກຢູຮາກຖານນິວເຄຼຍ Isfahan

(ພາບ: AFP/TTXVN)



 ວັນທີ 12 ມິຖຸນາ, ອີຣານ ປະກາດສືບຕໍ່ເຈລະຈາທາງອ້ອມກັບ ອາເມລິກາ ຜ່ານປະເທດເປັນກາງ Oman ກ່ຽວກັບຂໍ້ຕົກລົງນິວເຄຼຍປີ 2015 ແລະ ການແລກປ່ຽນຊະເລີຍເສິກລະຫວ່າງສອງປະເທດ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຕເຮຣານ, ທ່ານ Nasser Kanani, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ຊີ້ແຈ້ງວ່າ: ເຕເຮຣານ ຊົມເຊີຍບັນດາຄວາມມານະພະຍາຍາມຂອງເຈົ້າໜ້າທີ່ Oman, ພ້ອມທັງໃຫ້ຮູ້ວ່າ ໄດ້ສົ່ງສານເຖິງຝ່າຍ ອາເມລິກາ ທີ່ກ່ຽວຂ້ອງເຖິງການຍົກເລີກຄຳສັ່ງລົງໂທດຜ່ານປະເທດເປັນກາງໄກ່ເກ່ຍນີ້. ໂຄສົກທ່ານນີ້ໄດ້ຢັ້ງຢືນວ່າ ຝ່າຍ ອີຣານ ຍາມໃດກໍ່ຮັບປະກັນການຮັກສາການໂອ້ລົມເຈລະຈາທີ່ “ກະຈ່າງແຈ້ງ”. ຄຽງຄູ່ກັບບັນຫາເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍ ແລ້ວ, ທ່ານໂຄສົກ Kanani ໃຫ້ຮູ້ວ່າ: ເຕເຮຣານ ແລະ ວໍຊິງຕັນ ອາດຈະເປັນເອກະພາບເລື່ອງແລກປ່ຽນຊະເລີຍເສິກໂດຍໄວ.

        ຄຳເຫັນດັ່ງກ່າວໄດ້ຍົກອອກມາໃນສະພາບການເຈລະຈາທາງອ້ອມລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ເພື່ອແນໃສ່ກູ້ເອົາຂໍ້ຕົກລົງນິວເຄຼຍ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ປີ 2015 ກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດສະມາຊິກປະຈຳຂອງສະພາຄວາມໝັ້ໜຄົງ ສປຊ ແລະ ເຢຍລະມັນ) ທີ່ຍັງບໍ່ທັນມີບາດກ້າວບຸກທະລຸໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ