ອີ​ຣານ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຜ່ານ​ເສັ້ນ​ທາງ​ການ​ທູດ

(VOVWORLD) -  ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanaani ກໍ່ໄດ້ຢັ້ງຢືນວ່າ ເຕເຮຣານ ໄດ້ມີບັນດາການຮັບປະກັນທີ່ຈຳເປັນຕໍ່ການຮັບເອົາຈຳນວນເງິນ 6 ຕື້ USD ຄືນໃໝ່ເຊິ່ງແມ່ນລາຍຮັບຈາກນ້ຳມັນທີ່ຖືກ ປິດລ້ອມໃນກອບຂໍ້ຕົກລົງແລກປ່ຽນ ນັກໂທດກັບ ອາເມລິກາ.
ອີ​ຣານ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຜ່ານ​ເສັ້ນ​ທາງ​ການ​ທູດ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian  ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ ເຕເຮຣານ (ພາບ: AFP/TTXVN)

ວັນທີ 14 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ໄດ້ປະກາດວ່າ ເຕເຮຣານ ໄດ້ໃຫ້ຄຳໝັ້ນສັນຍາແກ້ໄຂບັນຫານິວເຄຼຍ ຜ່ານເສັ້ນທາງການທູດ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ເຕເຮຣານ,  ທ່ານລັດຖະມົນຕີການຕ່າງປະເທດ Amirabdollahian ຊີ້ແຈ້ງວ່າ ອີຣານ ຍາມໃດກໍ່ຢາກໃຫ້ທຸກຝ່າຍກັບຄືນການປະຕິບັດຂໍ້ຕົກລົງນິວເຄຼຍປີ 2015.      ໃນຂະນະນັ້ນ, ໃນວັນດຽວກັນ ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanaani ກໍ່ໄດ້ຢັ້ງຢືນວ່າ ເຕເຮຣານ ໄດ້ມີບັນດາການຮັບປະກັນທີ່ຈຳເປັນຕໍ່ການຮັບເອົາຈຳນວນເງິນ 6 ຕື້ USD ຄືນໃໝ່ເຊິ່ງແມ່ນລາຍຮັບຈາກນ້ຳມັນທີ່ຖືກ ປິດລ້ອມໃນກອບຂໍ້ຕົກລົງແລກປ່ຽນ ນັກໂທດກັບ ອາເມລິກາ. ທ່ານ  Kanaani ໄດ້ຊີ້ແຈ້ງວິວັດທະນາການປ່ອຍອິດສະຫຼະພາບໃຫ້ແກ່ບັນດານັກໂທດຂອງ ອີຣານ ແລະ ສົ່ງບ້ວງເງິນຂອງ ເຕເຮຣານ ເຊິ່ງຈະໄດ້ດຳເນີນຕາມຂໍ້ຕົກລົງລະຫວ່າງບັນດາຝ່າຍ.

ປີ 2015, ອີຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງ ສປຊ ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ) ໄດ້ບັນລຸຂໍ້ຕົກລົງທີ່ມີຊື່ວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ຕາມຂໍ້ຕົກລົງສະບັບນີ້, ອີຣານໄດ້ເຫັນດີ ຈຳກັດບັນດາການເຄື່ອນໄຫວນິວເຄຼຍເພື່ອແລກເອົາການຍົກເລີກບັນດາຄຳສັ່ງລົງໂທດ. ເຖິງຢ່າງໃດກໍ່ຕາມ, ປີ 2018, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຄັດຄ້ານ ແລະ ຖອນອາເມລິກາອອກຈາກຂໍ້ຕົກລົງສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ