ອີ​ຣານ ​ໄດ້​ຍົກ​ອອກ​ເງື່ອນ​ໄຂ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) -  ທ່ານປະທານາທິບໍດີ ອີຣານ ຖືວ່າ “ປະເທດນີ້ຈະເປີດເສັ້ນທາງເຈລະຈາກັບ ອາເມລິກາ, ຖ້າຫາກວ່າ ວໍຊິງຕັນ ຍົກເລີກຄຳສັ່ງລົງໂທດຫ້າມສົ່ງອອກນ້ຳມັນດິບ”
ອີ​ຣານ ​ໄດ້​ຍົກ​ອອກ​ເງື່ອນ​ໄຂ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານ Hassan Rouhani ປະທານາທິບໍດີ ອີຣານ ແລະ ທ່ານ Shinzo Abe ນາຍົກລັດຖະມົນຕີ ຢິ່ປຸ່ນ (ພາບ: TTXVN) 

        ອີຣານ ຈະເຈລະຈາກັບ ອາເມລິກາ ຖ້າຫາກວ່າ ວໍຊິງຕັນ ຍົກເລີກບັນດາຄຳສັ່ງລົງໂທດພວມເລັ່ງໃສ່ ເຕເຮຣານ. ທ່ານ Hassan Rouhani ປະທານາທິບໍດີ ອີຣານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນການເຈລະຈາກັບທ່ານ Shinzo Abe ນາຍົກລັດຖະມົນຕີ ຢິ່ປຸ່ນ ທີ່ພວມມີການຢ້ຽມຢາມປະເທດນີ້ດ້ວຍຄວາມປາດຖະໜາຢາກຊຸກຍູ້ການເຈລະຈາຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ. ໃນການເຈລະຈາ, ທ່ານ Shinzo Abe ໄດ້ຊຸກຍູ້ ອີຣານ ເຈລະຈາກັບ ອາເມລິກາ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນປັດຈຸບັນ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອີຣານ ຖືວ່າ “ປະເທດນີ້ຈະເປີດເສັ້ນທາງເຈລະຈາກັບ ອາເມລິກາ, ຖ້າຫາກວ່າ ວໍຊິງຕັນ ຍົກເລີກຄຳສັ່ງລົງໂທດຫ້າມສົ່ງອອກນ້ຳມັນດິບ”, ພ້ອມທັງຜ່ານທ່ານ ນາຍົກລັດຖະມົນຕີຢີ່ປຸ່ນ, ທ່ານປະທານາທິບໍດີ ອີຣານ ຢາກສົ່ງການຮຽກຮ້ອງນີ້ເຖິງທ່ານ ປະທານາທິບໍດີ ອາເມລິກາ Donald trump, ປັດຈຸບັນ ວໍຊິງຕັນ ພວມຄັບໄລ່ຊັ່ງຊາການເປີດປະຕູເຈລະຈາກັບ ເຕເຮຣານ.

        ທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການເຈລະຈາ, ທ່ານ Hassan Rouhani ປະທານາທິບໍດີ ໃຫ້ຮູ້ວ່າ “ ການສູ້ຮົບດ້ານເສດຖະກິດຂອງ ອາເມລິກາ ແມ່ນສາຍເຫດກໍ່ຄວາມເຄັ່ງຕຶງ” ຢູ່ພາກພື້ນໃນໄລຍະທີ່ຜ່ານມາ. ໃນຂະນະນັ້ນ, ທ່ານ Abe ກໍ່ຢັ້ງຢືນ ບົດບາດທີ່ມີລັກສະນະສ້າງສັນຂອງ ອີຣານ ແມ່ນບໍ່ສາມາດຂາດໄດ້ ໃນການແກ້ໄຂຄວາມເຄັ່ງຕຶງ.

ຕອບກັບ

ຂ່າວ/ບົດ​ອື່ນ