ອີ​ຣານ ໄດ້​ຮັບ​ການ​ຕອບ​ກັບ​ຂອງ ອາ​ເມ​ລິ​ກາ​ ກ່ຽວ​ກັບ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ JCPOA

(VOVWORLD) -ວັນທີ 24 ສິງຫາ, ອີຣານ ໃຫ້ຮູ້ວ່າ ໄດ້ຮັບການຕອບກັບຈາກ ອາເມລິກາ ຕໍ່ຂໍ້ສະເໜີຟື້ນຟູຂໍ້ຕົກລົງນິວເຄຼຍ “ແຜນການດຳເນີນງານຮ່ວມຮອບດ້ານ” (JCPOA) ເຊິ່ງ ສະຫະພາບເອີຣົບ (ອີຢູ) ຮຽບຮຽງ. 
ອີ​ຣານ ໄດ້​ຮັບ​ການ​ຕອບ​ກັບ​ຂອງ ອາ​ເມ​ລິ​ກາ​ ກ່ຽວ​ກັບ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ JCPOA - ảnh 1ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີີຣານ (ພາບ: IRNA/TTXVN)

ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີີຣານ ໃຫ້ຮູ້ວ່າ: ເລື່ອງພິຈາລະນາຄຳຕອບກັບຢ່າງລອບຄອບຖີ່ຖ້ວນນີ້ ໄດ້ເລີ່ມມາຈາກ ເຕເຮຣານ. ອີຣານ ຈະແບ່ງປັນທັດສະນະຂອງ ອີຢູ ພາຍຫຼັງທີ່ພິຈາລະນາສຳເລັດ”. ກ່ອນໜ້ານັ້ນ, ອີຢູ ສົ່ງເອກະສານສະບັບສຸດທ້າຍຂອງຮ່າງຂໍ້ຕົກລົງເພື່ອແນໃສ່ຟື້ນຟູ JCPOA ໃຫ້ແກ່ ອີຣານ. ຮ່າງຂໍ້ຕົກລົງ ແລະ ຄຳຕອບກັບຂອງ ອີຣານ ໄດ້ສົ່ງໃຫ້ຝ່າຍ ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ເຢຍລະມັນ ແລະ ຝລັ່ງ - ເຊິ່ງເປັນບັນດາປະເທດທີ່ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງ JCPOA ກັບ ອີຣານ.

        JCPOA ໄດ້ຮັບການລົງນາມລະຫວ່າງ ອີຣານ ກັບບັນດາປະເທດກຳມະການສະພາຄວາມໝັ້ນຄົງ ສປຊ (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ຈີນ ແລະ ລັດເຊຍ) ພ້ອມດ້ວຍເຢຍລະມັນ ໃນເດືອນກໍລະກົດ 2015, ຕາມນັ້ນແລ້ວ, ເຕເຮຣານ ຈຳກັດການເຄື່ອນໄຫວນິວເຄຼຍ ເພື່ອແລກເອົາເລື່ອງຜ່ອນຜັນບັນດາມາດຕະການລົງໂທດສາກົນ. ເຖິງຢ່າງໃດກໍຕາມ, ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງປີ 2018 ແລະ ຈັດວາງຄຳສັ່ງລົງໂທດດ້ານເສດຖະກິດ, ເຮັດໃຫ້ ອີຣານ ກໍຫຼຸດຜ່ອນບັນດາຄຳໝັ້ນສັນຍາຂອງປະເທດນີ້ໃນຂໍ້ຕົກລົງ. ພາຍຫຼັງ ອາເມລິກາ ແລະ ອີຣານ ດຳເນີນການເຈລະຈາແບບທາງອ້ອມຜ່ານບັນດາອົງການເຈົ້າໜ້າທີ່ ອີຢູ, ວັນທີ 8 ສິງຫາ, ອີຢູ ໄດ້ຍົກອອກຮ່າງເອກະສານສະບັບສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ