ອີຣານ:ການເຈລະຈານິວຄະດລຍອາດຈະແກ່ຍາວກວ່າເວລາກຳນົດ

ອີຣານ:ການເຈລະຈານິວຄະດລຍອາດຈະແກ່ຍາວກວ່າເວລາກຳນົດ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif
(ພາບ: Reuters)

(vovworld) - ວັນ​ທີ 20/6, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ​ໄດ້​ຢືນຢັນ​ວ່າ, ປະ​ເທດ​ນີ້​ບໍ່​ຖືກ​ຄວາມດັນ​ກ່ຽວ​ກັບ​ເວລາ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ ນິວຄະ​ເລຍ ຢ່າງຮອບດ້ານ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ໂລກ ​ແລະ ​ໃຫ້​ຮູ້​ວ່າ​ບັນດາ​ການ​ເຈ​ລະ​ຈາ​ອາດ​ຈະ​ຖືກ​ແກ່ຍາວ​ກວ່າ​ເວລາ​ກຳນົດ​ແມ່ນ​ວັນ​ທີ 30/6. ກ່າວ​ຄວາມ​ເຫັນ​ໃນ​ການ​ຕອບ​ສ​ຳພາດ​ຕໍ່​ໜັງສືພິມ​ລາຍ​ວັນ​ສະບັບ​ໜຶ່ງ​ພາຍ​ໃນ​ປະ​ເທດ,       ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ຢືນຢັນ​ວ່າ, ​ເຕ​ເຮຣານຫວັງ​ວ່າ​ຈະ​ບັນລຸ​ໄດ້ “ຂໍ້​ຕົກລົງ​ສະບັບ​ໜຶ່ງ“ ກັບ​ກຸ່ມ P5+1 (ລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແມ່ນ: ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢັຍລະ​ມັນ), ຍ້ອນ​ເຫດ​ນັ້ນ​ຈຶ່ງ​ບໍ່​ຖືກ​ບັງຄັບ​ກ່ຽວ​ກັບ​ເວລາດຳ​ເນີນ​ການ​ເຈລະຈາ.

 


ຂ່າວ/ບົດ​ອື່ນ