ອີ​ຣານ​ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ທຸກ​ການ​ກະ​ທຳ​ນາບ​ຂູ່​ຄວາມ​ສະ​ຫງົບ​ປອດ​ໄພ​ຈາກ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 2 ເມສາ, ທ່ານ Mohammad Baqeri ຫົວໜ້າເສນາທິການບັນດາກຳລັງປະກອບອາວຸດອີຣານ ໄດ້ກ່າວເຕືອນວ່າ ອີຣານ ຈະໂຕ້ຕອບຢ່າງແຮງ ຖ້າຫາກວ່າອາເມລິກາ ໄດ້ຜັນຂະຫຍາຍບໍ່ວ່າການກະທຳໃດ ເພື່ອແນໃສ່ທຳລາຍຄວາມສະຫງົບປອດໄພຂອງປະເທດນີ້.
ອີ​ຣານ​ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ທຸກ​ການ​ກະ​ທຳ​ນາບ​ຂູ່​ຄວາມ​ສະ​ຫງົບ​ປອດ​ໄພ​ຈາກ​ອາ​ເມ​ລິ​ກາ - ảnh 1 ພາບ:AFP/TTXVN

      ຕາມທ່ານ Baqeri ແລ້ວ, ບັນດາການກະທຳດ້ານການທະຫານຂອງອາເມລິກາ ໃນທົ່ວປະເທດອີຣັກ ແລະ ເຂດອ່າວເປີເຊຍ ພວມເພີ່ມຂຶ້ນໃນຊຸມວັນມໍ່ໆມານີ້.

 ກ່ອນໜ້ານັ້ນ, ວັນທີ 1 ເມສາ, ປະທານາທິບໍດີອາເມລິກາ Donald Trump ຖືວ່າ ອີຣານ ຫຼືບັນດາກຳລັງສຳພັນທະມິດຂອງປະເທດນີ້ ພວມສ້າງແຜນການດຳເນີນບັ້ນບຸກໂຈມຕີ “ລັບຫຼັງ” ແນໃສ່ບັນດາພົນທະຫານ ແລະ ຊັບສົມບັດຂອງອາເມລິກາ ຢູ່ອີຣັກ, ແຕ່ວ່າ ໃນວັນທີ 2 ເມສາ, ທ່ານ Mohammad Javad Zarif  ລັດຖະມົນຕີການຕ່າງປະເທດອີຣານ ໄດ້ປະຕິເສດຂໍ້ກ່າວຫາຂອງວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ