ອີ​ຣານ​ກ່າວ​ເຕືອນ​ສືບ​ຕໍ່ຫຼຸດ​ຜ່ອນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍລົງ

(VOVWORLD) -ວັນທີ 22 ທັນວາ, ທ່ານ Ali Shamkhani ເລຂາສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ກ່າວເຕືອນວ່າ ອີຣານຈະດຳເນີນບາດກ້າວທີ 5 ເພື່ອແນໃສ່ຮັດແຄບບັນດາຄຳໝັ້ນສັນຍາຂອງ ເຕເຮຣານ ຕາມຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດ ທີ່ໄດ້ຮັບການລົງນາມກັບບັນດາປະເທດມະຫາອຳນາດໃນປີ 2015, ຖ້າວ່າ ບັນດາປະເທດເອີລົບເຂົ້າຮ່ວມການລົງນາມຂໍ້ຕົກລົງ ບໍ່ມີບັນດາມາດຕະການທີ່ແທດຈິງເພື່ອຮັກສາເອກະສານ.
ອີ​ຣານ​ກ່າວ​ເຕືອນ​ສືບ​ຕໍ່ຫຼຸດ​ຜ່ອນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍລົງ - ảnh 1ທ່ານ Ali Shamkhani ເລຂາສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ  (ພາບ: IRNA/TTXVN)

ທ່ານ Ali Shamkhani ໄດ້ຊີ້ແຈ້ງວ່າ ອີຣານ ໄດ້ເລີ່ມປະຕິບັດບັນດາບາດກ້າວຕ່າງໆເພື່ອແນໃສ່ຫຼຸດຜ່ອນບັນດາຄຳໝັ້ນສັນຍານິວເຄຼຍລົງ ເພື່ອຮັກສາຄວາມສົມດຸນລະຫວ່າງ ບັນດາຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ, ຫຼືຍັງໄດ້ເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA), ແລະຖ້າຫາກວ່າ ເອີລົບບໍ່ປະຕິບັດບັນດາພັນທະຂອງ ເຂົາເຈົ້າ, ອີຣານ ຈະດຳເນີນບາດກ້າວທີ 5. ຕາມທ່ານ Ali Shamkhani ແລ້ວ, ພາຍຫຼັງ ອາເມລິກາ ຖອນຕົວອອກຈາກ JCPOA, 3 ປະເທດເອີລົບທີ່ເຂົ້າຮ່ວມຂໍ້ຕົກລົງນີ້ໃຫ້ຄຳໝັ້ນສັນຍາຈະຮັບປະກັນຜົນປະໂຫຍດທາງດ້ານເສດຖະກິດຂອງອີຣານ ຕາມ JCPOA, ພ້ອມທັງຮັກສາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ. ມາຮອດປັດຈຸບັນ, ຝ່າຍເອີລົບບໍ່ໄດ້ປະຕິບັດບັນດາມາດຕະການແທດຈິງເພື່ອປົກປ້ອງ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ