ອີຣານຄັດຄ້ານບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ ສຳລັບບັນດາກ່ຳປັ່ນຂອງອີຣານ

(VOVWORLD) -ວັນທີ 09 ພະຈິກ, ສຳນັກຂ່າວສານ Tasnim ຂອງອີຣານ ໃຫ້ຂ່າວວ່າ, ອີຣານ ໄດ້ຝາກຈົດໝາຍເຖິງອົງການເດີນເຮືອຢູ່ທະເລສາກົນ (IMO) ເພື່ອແນໃສ່ຄັດຄ້ານບັນດາຄຳສັ່ງລົງໂທດຂອງອາເມລິກາ ສຳລັບບັນດາກ່ຳປັ່ນຂອງອີຣານ.

ອີຣານຄັດຄ້ານບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ ສຳລັບບັນດາກ່ຳປັ່ນຂອງອີຣານ - ảnh 1 ກ່ຳປັ່ນຂົນສົ່ງນ້ຳມັນຂອງອີຣານ

(ພາບປະກອບ: EPA/TTXVN)

ໃນຈົດໝາຍຂອງອີຣານ ໄດ້ກ່າວປະນາມບັນດາມາດຕະການລົງໂທດຂອງອາເມລິກາ ແມ່ນການລະເມີດບັນດາສັນຍາຂົນສົ່ງສາກົນ, ກໍ່ຄວາມອັນຕະລາຍໃຫ້ແກ່ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ. ອີຣານ ຮຽກຮ້ອງໃຫ້ IMO ຈັດກອງປະຊຸມເພື່ອແກ້ໄຂບັນຫາດັ່ງກ່າວ.

        ກ່ອນໜ້ານັ້ນ, ວັນທີ 07 ພະຈິກ, ອາເມລິກາ ໄດ້ກ່າວເຕືອນວ່າ, ບັນດາປະເທດບໍ່ໄດ້ອະນຸດຍາດໃຫ້ກ່ຳປັ່ນຂົນສົ່ງນ້ຳມັນຂອງອີຣານ ເຂົ້າເຂດນ່ານທະເລ ຫຼື ທ່າກ່ຳປັ່ນ. ຕາມກະຊວງການຕ່າງປະເທດອາເມລິກາ ແລ້ວ, ເລື່ອງອະນຸຍາດໃຫ້ບັນດາກ່ຳປັນຂົນສົ່ງນ້ຳມັນຂອງອີຣານ ເຂົ້າເຂດນ່ານທະເລຂອງບັນດາປະເທດ ອາດຈະໄປຜືນກັບບັນດາມາດຕະການລົງໂທດທີ່ຫາກໍ່ມີຜົນສັກສິດຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ