ອີຣານຈະບໍ່ຍົກເລີກການເຄື່ອນໄຫວຂອງບັນດາຮາກຖານນິວເຄຼຍ

ອີຣານຈະບໍ່ຍົກເລີກການເຄື່ອນໄຫວຂອງບັນດາຮາກຖານນິວເຄຼຍ - ảnh 1
ຜູ້ຕາງໜ້າຂອງ ອີຣານ ແລະ ກຸ່ມ P5+1
(ພາບ: AFP-TTXVN)

(vovworld) – ​ໃນ​ບົດ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວໜັງສືພິມ “The Financial Times” ​ເມື່ອ​ວັນ​ທີ 29/11, ທ່ານ​ປະທານາທິບໍດີ ອີຣານ Hassan Rouhani ​ເນັ້ນ​ໜັກ​ວ່າ: ​ເລື່ອງ ຍົກ​ເລີກບັນດາ​ຮາກຖານ​ນິວ​ເຄຼຍ​ແມ່ນ “ກຳນົດ​ແດງ” ສຳລັບ​ປະ​ເທດ​ ສ. ອິດ​ສະ​ລາມ​ ອີຣານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຕ​ເຮຣານ ຍັງ​ຄົງ​ປາດ​ຖະໜາ​ຢາ​ກປັບ​ປັງ​ການ​ພົວພັນ​ລະຫວ່າງ ອີຣານ ​ແລະ ອາ​ເມ​ລິ​ກາ ຍິ່ງກ່ວາ​ອີກ. ຕາມ​ທ່ານ Rouhani ​ແລ້ວ, ບັນດາ​ບັນຫາ​ຂອງ ອີຣານ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ສັບສົນ ​ແລະ ບໍ່​ສາ​ມາດ​ແກ້​ໄຂ​ໃນ​ທັນທີ​ໄດ້.

    ກໍ່​ໃນ​ວັນ​ທີ 29/11, ທູດ​ພິ​ເສດ​ຂອງ ອີຣານ ປະຈຳ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) Reza Najafi ​ໃຫ້ຮູ້ວ່າ: ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1, ອີຣານ ຈະ​ຢຸດຕິ​ໂຄງການ​ນິວ​ເຄຼຍ​ເປັນ​ເວລາ 6 ​ເດືອນ, ​ນັບ​ແຕ່ທ້າຍ​ເດືອນ 12 ຈະ​ມາ​ເຖິງ ຫຼື ຕົ້ນ​ເດືອນ 1/2014. ຕາມ​ຂໍ້​ຕົກລົງ​ນີ້, ອີຣານ ຈະ​ຢຸດຕິ​ການ​ເສີມທາດ ຢູຣານີ ​ໃນ​ລະດັບ​ກ່ວາ 5% ​ໃນ​ຮອບເວ​ລາ 6 ​ເດືອນ ​ແລະ ​ກົງກັນຂ້າມ ອາ​ເມ​ລິ​ກາ ​ຈະ​ໂຍະຍານບັນດາ​ມາ​ດຕະກາ​ນລົງ​ໂທດ.

ຂ່າວ/ບົດ​ອື່ນ