ອີຣານຈະປະລະໂຄງການນິວເຄຼຍ ຖ້າຫາກວ່າບັນດາຄຳສັ່ງລົງໂທດ ຖືກຍົກເລີກ

ອີຣານຈະປະລະໂຄງການນິວເຄຼຍ ຖ້າຫາກວ່າບັນດາຄຳສັ່ງລົງໂທດ ຖືກຍົກເລີກ - ảnh 1
(ພາບປະກອບ:
ອິນ​ເຕີ​ແນັດ)

(vovworld)-​ ຮອບ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (ລວມມີ​ອັງກິດ, ຝະລັ່ງ, ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ) ​ໄດ້​ເລີ່​ມດຳ​ເນີນ​ໃນ​ວັນ​ທີ 26/2 ຢູ່​ກາ​ຊັກ​ສະຖານ. ກ່ອນ 1 ວັນ​ດຳ​ເນີນ​ການ​ເຈລະຈາ, ບັນດາ​ເຈົ້າໜ້າ​ທີ່​ອີຣານ ສືບ​ຕໍ່​ຢັ້ງຢືນ​ວ່າ: ອີຣານ ຈະ​ຢຸດ​ການ​ເສີມທາ​ດອູຣານຽມ ​ໃນລະດັບ 20% ຖ້າ​ຫາກ​ວ່າ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ເລີກ​ບັນດາ​ຄຳ​ສັ່ງລົງ​ໂທດ​ຕ້ານ​ປະ​ເທດ​ສາທາລະນະ​ລັດອິດສະ​ລາມ​ນີ້. ສຳນັກ​ຂ່າວສານ Press TV ຂອງ​ອີຣານ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານ Alaeddin Boroujerdi ປະທານ​ຄະນະ​ກຳມາທິການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດອີຣານ ​ໂດຍ​​ໃຫ້​ຮູ້​ວ່າ: ລັດຖະບານ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ບໍ່​ຄວນ​ຕັ້ງຄວາມ​ຫວັງ​ເຂົ້າ​ໃນ​ເລື່ອງອີຣານ ຈະຢຸດ​ການ​ເສີມທາ​ດອູຣານຽມໃນລະດັບສູງ ຖ້າ​ຫາກ​ວ່າ​ຝ່າຍ​ຕາ​ເວັນ​ຕົກ ຍັງ​ບໍ່​ທັນ​ຍົກ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ ​ແລະ ບັນດາ​ກຳລັງ​ດັນ​ທີ່​ມີ​ຕໍ່​ປະຊາຊົນ​ອີ​ຮານ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ  Boroujerdi ກໍ່​ຢັ້ງຢືນ​ວ່າ ອີຣານ ມີ​ສິດ​ເສີມທາດ​ອູ​ຣານຽມ ຊ້ຳບໍ່​ໜຳ​​ແມ່ນ​ສິດ​ເສີມ​ທາດ​ອູຣານຽມໃນລະດັບ​ສູງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ