ອີຣານຈະຮ້ອງຟ້ອງ ອາເມລິກາ ກ່ຽວກັບບັນດາມາດຕະການລົງໂທດເພື່ອແນໃສ່ຂົງເຂດຂົນສົ່ງທາງທະເລ

(VOVWORLD) - ກ່ອນໜ້ານັ້ນ, ໃນວັນທີ 7 ພະຈິກ, ອາເມລິກາ ໄດ້ກ່າວເຕືອນບັນດາປະເທດ ແລະ ບັນດານັກຄຸ້ມຄອງທ່າກ່ຳປັ່ນອາດຈະຖືກປັບໄໝຖ້າຫາກວ່າໃຫ້ອະນຸຍາດບັນດາກ່ຳປັ່ນຂອງ ອີຣານ...
ອີຣານຈະຮ້ອງຟ້ອງ ອາເມລິກາ ກ່ຽວກັບບັນດາມາດຕະການລົງໂທດເພື່ອແນໃສ່ຂົງເຂດຂົນສົ່ງທາງທະເລ - ảnh 1 ພາບປະກອບ

ວັນທີ 12 ພະຈິກ, ທ່ານ Mohammad Rastad, ຜູ້ອຳນວຍການອົງການການເດີນທະເລ ແລະ ທ່າກ່ຳປັ່ນທະເລ ອີຣານ, ໃຫ້ຮູ້ວ່າ: ອີຣານ ຈະຮ້ອງຟ້ອງ ອາເມລິກາ ຕໍ່ອົງການການເດີນທະເລສາກົນ (IMO) ທີ່ກ່ຽວຂ້ອງເຖິງບັນດາມາດຕະການລົງໂທດຂອງ ອາເມລິກາ ສຳລັບບັນດາການບໍລິການຂົນສົ່ງທາງທະເລຂອງ ອີຣານ. ທ່ານ Mohammad Rastad ໄດ້ຊີ້ແຈ້ງວ່າ ອີຣານ ຈະສົ່ງໄປຮ້ອງຟ້ອງເຖິງ IMO ຢູ່ ລອນດອນ (ປະເທດ ອັງກິດ) ໃນອາທິດຈະມາເຖິງໂດຍອີງໃສ່ບັນດາກົດລະບຽບສາກົນທີ່ກ່ຽວຂ້ອງເຖິງຂົງເຂດການເດີນທະເລ.

        ກ່ອນໜ້ານັ້ນ, ໃນວັນທີ 7 ພະຈິກ, ອາເມລິກາ ໄດ້ກ່າວເຕືອນບັນດາປະເທດ ແລະ ບັນດານັກຄຸ້ມຄອງທ່າກ່ຳປັ່ນອາດຈະຖືກປັບໄໝຖ້າຫາກວ່າໃຫ້ອະນຸຍາດບັນດາກ່ຳປັ່ນຂອງ ອີຣານ ໄດ້ນຳໃຊ້ເສັ້ນທາງທະເລ ແລະ ທ່າກ່ຳປັ່ນສາກົນ, ຕົວຢ່າງຄືຈາກຄອງ Suez ຮອດແອວທະເລ Malacca ແລະ ທ່າກ່ຳປັ່ນທັງໝົດນອນໃນພາກພື້ນນີ້, ເຊິ່ງເປັນບ່ອນທີ່ບັນດາກ່ຳປັ່ນຂົນສົ່ງນ້ຳມັນ ອີຣານ ໄປຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ