ອີຣານຖະແຫຼງກ່ຽວກັບເລື່ອງອາເມລິກາ ຢຸດຕິສິດຍົກເວັ້ນການລົງໂທດບໍ່ສົ່ງຜົນສະທ້ອນເຖິງໂຄງການນິວເຄຼຍ

(VOVWORLD) -ວັນທີ 28 ພຶດສະພາ, ອີຣານ ຖະແຫຼງກ່ຽວກັບເລື່ອງອາເມລິກາ ຢຸດຕິສິດຍົກເວັ້ນ ການລົງໂທດສຳລັບບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນິວເຄຼຍອີຣານ ບໍ່ສົ່ງຜົນສະທ້ອນເຖິງໂຄງການນິວເຄຼຍຂອງປະເທດນີ້.
ອີຣານຖະແຫຼງກ່ຽວກັບເລື່ອງອາເມລິກາ ຢຸດຕິສິດຍົກເວັ້ນການລົງໂທດບໍ່ສົ່ງຜົນສະທ້ອນເຖິງໂຄງການນິວເຄຼຍ - ảnh 1 (ພາບປະກອບ: AFP/TTXVN)

ໃນຖະແຫຼງການທີ່ເອົາລົງໃນເວັບໄຊຂອງອົງການພະລັງງານປະລະມານູອີຣານ, ໂຄສົກຂອງອົງການນີ້ ທ່ານ Behrouz Kamalvandi ຊີ້ແຈ້ງວ່າ, ເລື່ອງຢຸດຕິສິດຍົກເວັ້ນການລົງໂທດກັບບັນດາຝ່າຍທີ່ຍັງເຫຼືອໃນການເຂົ້າຮ່ວມຂໍ້ຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຢ່າງຮອບດ້ານ (JCPOA), ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015, ແມ່ນ “ບໍ່ສົ່ງຜົນສະທ້ອນເຖິງວຽກງານຂອງອີຣານ” ໃນການພັດທະນາໂຄງການພະລັງງານປະລະມານູພົນລະເຮືອນ.

        ໃນຂະນະນັ້ນ, ໃນວັນດຽວກັນ, ສຳນັກຂ່າວສານ Interfax ຂອງລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງສະມາຊິກສະພາສູງປະເທດນີ້ທ່ານ Vladimir Dzhabarov ກ່າວເຕືອນວ່າ, ອາເມລິກາ ຕົກລົງຢຸດຕິສິດຍົກເວັ້ນບັນດາຄຳສັ່ງລົງໂທດ ເຊິ່ງເຄີຍອະນຸຍາດໃຫ້ບາງວຽກງານໄດ້ດຳເນີນຢູ່ບັນດາສະຖານທີ່ນິວເຄຼຍອີຣານ ພຽງແຕ່ເປັນການຍຸແຍ່ເຕເຮຣານ ພັດທະນາອາວຸດນິວເຄຼຍ.

        ວັນທີ 27 ພຶດສະພາ, ອາເມລິກາ ໄດ້ຕົກລົງຢຸດຕິສິດຍົກເວັ້ນການລົງໂທດສຳລັບບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນິວເຄຼຍອີຣານ, ໃນນັ້ນອະນຸຍາດໃຫ້ບັນດາບໍລິສັດຂອງລັດເຊຍ, ຈີນ ແລະ ເອີລົບ ດຳເນີນບັນດາວຽກງານທີ່ຄາດຄະເນໄວ້ໃນເບື້ອງຕົ້ນຢູ່ບັນດາຮາກຖານນິວເຄຼຍຂອງອີຣານ. ຂໍ້ຕົກລົງດັ່ງກ່າວຈະໝົດກຳນົດໃນຮອບເວລາ 60 ວັນ, ນັບແຕ່ມື້ອອກຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ