ອີຣານບໍ່ເຈລະຈາກັບຝ່າຍຕາເວັນຕົກກ່ຽວກັບຜົນສະທ້ອນຂອງເຕເຮຣານຢູ່ຕາເວັນອອກກາງ

(VOVWORLD) -ວັນທີ 08 ມີນາ, ອີຣານ ຖະແຫຼງວ່າຈະບໍ່ເຈລະຈາກັບຝ່າຍຕາເວັນຕົກກ່ຽວກັບການມີໜ້າຂອງປະເທດນີ້ຢູ່ຕາເວັນອອກກາງ. ໃນແວັບໄຊທາງການ, ພະຄາດີນັນ Ali Khamenei ຢັ້ງຢືນວ່າ

ອີຣານບໍ່ເຈລະຈາກັບຝ່າຍຕາເວັນຕົກກ່ຽວກັບຜົນສະທ້ອນຂອງເຕເຮຣານຢູ່ຕາເວັນອອກກາງ - ảnh 1 ພະຄາດີນັນ Ali Khamenei

(ພາບປະກອບ: EPA/TTXVN)

ການມີໜ້າຂອງອີຣານ ໃນພາກພື້ນໂດຍບໍ່ກ່ຽວຂ້ອງເຖິງບັນດາປະເທດເອີລົບ ແລະ ເຕເຮຣານ ພຽງແຕ່ຈະເຈລະຈາບັນຫານີ້ກັບບັນດາປະເທດອື່ນໃນພາກພື້ນເທົ່ານັ້ນ.

        ຄຳຖະແຫຼງດັ່ງກ່າວຖືກຍົກອອກມາພຽງ, ພາຍຫຼັງທີ່ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ໄປຢ້ຽມຢາມອີຣານ ໃນເວລາ 2 - 3 ວັນ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງເຕເຮຣານ ໃນບັນດາການປະທະກັນຢູ່ພາກພື້ນ. ທ່ານ Drian ໄດ້ໄປເຖິງເຕເຮຣານ ໃນວັນທີ 05 ມີນາ ເພື່ອແນໃສ່ຢັ້ງຢືນການສະໜັບສະໜູນຂອງສະຫະພາບເອີລົບ ດ້ວຍຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ “ແຜນການກະທຳຮອບດ້ານລວມ” (JCPOA), ພ້ອມທັງຢ້ຳຄືນຄວາມວິຕົກກັງວົນຂອງອາເມລິກາ ກ່ຽວກັບໂຄງການລູກສອນໄຟຂອງອີຣານ ແລະ ຜົນສະທ້ອນຂອງປະເທດອິດສະລາມນີ້ສຳລັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ