ອີຣານປະຕິເສດຂໍ້ມູນຂ່າວສານຖອນບັນດາທີ່ປຶກສາທາງການທະຫານ ອອກຈາກຊີຣີ

(VOVWORLD) -ວົງການເຈົ້າໜ້າທີ່ການທະຫານອີຣານ ປະຕິເສດຂໍ້ມູນຂ່າວສານທີ່ວ່າ ບັນດາທີ່ປຶກສາທາງດ້ານການທະຫານຂອງປະເທດນີ້ ພວມຖອນຕົວອອກຈາກຊີຣີ.

ອີຣານປະຕິເສດຂໍ້ມູນຂ່າວສານຖອນບັນດາທີ່ປຶກສາທາງການທະຫານ ອອກຈາກຊີຣີ - ảnh 1 ພົນທະຫານອີຣານ

(ພາບ: AFP/TTXVN)

ວັນທີ 03 ມິຖຸນາ, ທ່ານ ວາທີນາຍພົນ ອີຣານ Massoud Jazayeri ໃຫ້ຮູ້ວ່າ ອີຣານ ແລະ ຊີຣີ ມີການພົວພັນເລິກເຊິ່ງ ແລະ ຈະບໍ່ຖືກຜົນສະທ້ອນຈາກບັນດາມາດຕະການໂຄສະນາເຜີຍແຜ່ບໍ່ວ່າຂອງຜູ້ໃດ. ທ່ານ Massoud Jazayeri ເນັ້ນໜັ້ກວ່າ ບໍ່ເຊັ່ນດຽວກັນກັບອາເມລິກາ, ກຳລັງທະຫານອີຣານໄດ້ໄປຮອດຊີຣີຕາມຄຳຮຽກຮ້ອງຂອງອຳນາດການປົກຄອງ Damascus.

        ແລະກໍໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດອີຣານ Mohammad Javad Zarif ກໍຮຽກຮ້ອງໃຫ້ປະຊາຄົມສາກົນກ່າວປະນາມຫຼັກໝັ້ນຂອງອາເມລິກາຕໍ່ຂໍ້ຕົກລົງນິວເຄຼຍປະຫວັດສາດ  ເຊິ່ງບັນດາປະເທດໄດ້ລົງນາມພ້ອມກັບອີຣານໃນແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ປີ 2015. ໃນຈົດໝາຍຝາກເຖິງຄູ່ຕຳແໜ່ງຂອງບາງປະເທດອື່ນ,  ທ່ານລັດຖະມົນຕີກະຊວງການຕ່າງປະເທດອີຣານ Mohammad Javad Zarif ໄດ້ກ່າວເຕືອນກ່ຽວກັບຜົນອັນຕະລາຍທີ່ຈະຕາມມາຂອງການຖອນຕົວອອກຈາກ JCPOA ຢ່າງຜິດກົດໝາຍ ແລະ ຕາມລຳພັງໃຈຂອງອາເມລິກາ. ເລື່ອງອາເມລິກາຖອນຕົວອອກຈາກ JCPOA ແມ່ນສິ່ງທ້າທາຍສຳລັບບັນດາເປົ້າໝາຍ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ