ອີຣານປາດຖະໜາບັນລຸໄດ້ແຜນຮ່າງຂໍ້ຕົກລົງນິວເຄຼຍຮອບດ້ານໃນຊຸມມື້ຈະມາເຖິງ

ອີຣານປາດຖະໜາບັນລຸໄດ້ແຜນຮ່າງຂໍ້ຕົກລົງນິວເຄຼຍຮອບດ້ານໃນຊຸມມື້ຈະມາເຖິງ - ảnh 1
(ພາບປະກອບ: Reuters)

​(vovworld) – ອີຣານ ຫວັງ​ວ່າ, ປະ​ເທດ​ນີ້ ​ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ຈະ​ບັນລຸ​ໄດ້​ແຜນ​ຮ່າງສະບັບ​ທຳ​ອິດ​ຂອງ​ຂໍ້​ຕົກລົງນິວ​ເຄຼຍຮອບດ້ານ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Abbas Araqchi ​ໃຫ້​ຮູ້​ວ່າ, ບັນດາ​ຜູ້​ຕາງໜ້າ​ຂອງ 2 ຝ່າຍ​ໄດ້​ເລີ່​ມຮຽບຮຽງ​ຂໍ້​ຕົກລົງ​ສຸດ​ທ້າຍ ​ແລະ ບັດ​ດາ​ນັກ​ຊ່ຽວຊານ​ອີຣານ ​ແລະ ກຸ່ມ P5+1 ພວມ​ກວດກາ​ບັນດາ​ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ນີ້. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 02/05, ຢູ່​ນອກ​ກອງ​ປະຊຸມ​ກວດຄືນ​ການ​ປະຕິບັດ​ສັນຍາ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ຢູ່​ສຳນັກງານ​ຂອງ​ສະຫະ​ປະຊາ​ຊາດ ທີ່​ນິວຢອກ, ອາ​ເມ​ລິ​ກາ, ທ່ານ Araqchi ​ໃຫ້​ຮູ້​ວ່າ, ຮອບ​​ເຈລະຈາ​ທີ່​ຈະ​ມາ​ເຖິງ ຈະ​ໄດ້​ສືບ​ຕໍ່ຈັດ​ຂຶ້ນ​ຢູ່​​ເອີ​ລົບ.

        ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ John Kerry ຢືນຢັນ​ວ່າ, ຕາມ​ການ​ນຳ​ນົດສຸດ​ທ້າຍ​ເພື່ອ​ບັນດາ​ລຸ​ໄດ້ຂໍ້​ຕົກລົງ​​ກ່ອນ​ວັນ​ທີ 30/06 ຈະ​ມາ​ເຖິງ ອະນຸ​ຍາດ​ໃຫ້​ການ​ສຳ​ພັດບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ ​ໂດຍ​ບໍ່​ມີ​ຂອບ​ເຂດ. ທ່ານ​ John Kerry ​ເນັ້ນ​ໜັກ​ວ່າ, ກຸ່ມ P5+1 ຈະ​ບໍ່​ລົງ​ນາມ​ຂໍ້​ຕົກລົງ​ໃດ ຖ້າ​ຫາກບໍ່​ຢຸດຕິການ​ເຄື່ອນ​ໄຫວ​ຜະລິດ​ລະ​ເບີດ (ນິວ​ເຄຼຍ) ຂອງ​ອີຣານ ກໍ່​ຄື​ສະກັດ​ກັ້ນ ​ເຕ​ເຣຣານ ມີ​ອາວຸດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ