ອີຣານຜະລິດຈັກພົ້ນຈາກສູນລຸ້ນໃໝ່ 3000 ເຄື່ອງ

ອີຣານຜະລິດຈັກພົ້ນຈາກສູນລຸ້ນໃໝ່ 3000 ເຄື່ອງ - ảnh 1

(ພາບ:chaobuoisang.net)

(vovworld) -  ​ວັນ​ທີ 3/3, ບັນດາ​ສຳນັກ​ຂ່າວສານ​ອີຣານ ​ໄດ້​ໃຫ້​ຂ່າວ​ວ່າ: ອີຣານ ພວມ​ຜະລິດ​ຈັກ​ພົ້ນຈາກ​ສູນທັນ​ສະ​ໄຫມ​ເພື່ອ​ເສີມ​ທາດ​ຢູຣານຽມ 3000 ​ເຄື່ອງ. ສຳນັກ​ຂ່າວສານ​ອີຣານ Fars ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ຜູ້ນຳ​ອົງການ​ພະລັງງານ​ນິວ​ເຄຼຍອີຣານ, ທ່ານ Fereydoun Abbaisi Davani ​ໂດຍ​ໄດ້​ຮັບ​ຮູ້​ວ່າ​ອີຣານ ພວມ​ຜະລິດ​ຈັກ​ພົ້ນຈາກ​ສູນ​ລຸ້ນ​ໃໝ່ 3000 ​ເຄື່ອງ. ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ຕິດຕັ້ງສຳ​ເລັດ, ບັນດາ​ຈັກ​ພົ້ນຈາກ​ສູນ​ດັ່ງ​ກ່າວ​ອາດ​ຈະ​ຍຸ້​ໄວ​ລະດັບ​ຄວາມ​ໄວ​ໃນ​ການ​ເສີມ​ທາດ​ຢູຣານຽມ ຊື່​ງ​ແມ່ນ​ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາ​ຄົມ​ໂລກ. ອີຣານ ເສີມ​ທາດຢູຣານຽມ​ໄດ້​​ 208 ກີ​ໂລກຼາມ ​ໃນ​ລະ​ດັບ 20%. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ມາ​ຮອດ​ປະຈຸ​ບັນ, ອີຣານ ຍັງ​ຢັ້ງຢືນ​ວ່າ ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ພຽງ​ແຕ່​ຮັບ​ໃຊ້​ຈຸດປະສົງ​ສັນຕິພາບ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ