ອີ​ຣານ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອີ​ຢູ ເພື່ອ “ກູ້ເອົາ” ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ນິວ​ເຄຼຍ

(VOVWORLD) - ວັນທີ 22 ກຸມພາ,  ທ່ານ Hassan Rouhani ປະທານາທິບໍດີອີຣານ ໄດ້ປະກາດວ່າ ປະເທດນີ້ “ບໍ່ອັດປະຕູ” ການເຈລະຈາກັບສະຫະພາບເອີລົບ ຫຼືອີຢູ ຕາມບັນດາວິທີທີ່ສາມາດເປັນໄປໄດ້.

  ການປະກາດນີ້ ເພື່ອຮັກສາຂໍ້ຕົກລົງວ່າດ້ວຍນິວເຄຼຍ (JCPOA) ຊື່ງເຕເຮຣານ ໄດ້ລົງນາມກັບບັນດາປະເທດມະຫາອຳນາດ ເມື່ອທ້າຍປີ 2015 ພາຍຫຼັງອາເມລິກາ ໄດ້ຖອນອອກຈາກຂໍ້ຕົກລົງນີ້ພຽງລຳພັງຝ່າຍດຽວ. ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Stef Blok ລັດຖະມົນຕີການຕ່າງປະເທດໂຮນລັງ ຢູ່ນະຄອນຫຼວງເຕເຮຣານ,  ທ່ານປະທານາທິດໍດີ Hassan Rouhani ຊີ້ແຈງວ່າ ນະໂຍບາຍການພົວພັນຕ່າງປະເທດຂອງອີຣານ ແມ່ນອີງບົນການຮ່ວມມືທີ່ມີລັກສະນະສ້າງສັນ ກັບປະເທດຕ່າງໆ, ພິເສດແມ່ນເພີ່ມທະວີການຮ່ວມມືກັບອີຢູ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ Blok ຢືນຢັນວ່າ ໂຮນລັງ ຈະມານະພະຍາຍາມ ເພື່ອໜູນຊ່ວຍການຮັກສາ ຂໍ້ຕົກລົງວ່າດ້ວຍນິວເຄຼຍ (JCPOA) ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ຂອງເລື່ອງສືບຕໍ່ການເຈລະຈາ, ຖືວ່າ ນີ້ແມ່ນມາດຕະການເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງ.

 

ຕອບກັບ

ຂ່າວ/ບົດ​ອື່ນ