ອ​ີ​ຣານ​ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄຼຍ JCPOA

(VOVWORLD) - ເຕເຣຣານ ພວມມານະພະຍາຍາມສິ້ນສຸດການເຈລະຈາດ້ານນິວເຄຼຍ ແລະ ຈະສືບຕໍ່ເຮັດວຽກເພື່ອຍົກເລີກຄຳສັ່ງລົງໂທດຜ່ານບັນດາມາດຕະການທາງການທູດ.
ອ​ີ​ຣານ​ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄຼຍ JCPOA - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian (ພາບ: TTXVN)

ວັນທີ 25 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໄດ້ສະແດງຄວາມປະເອີບໃຈກ່ຽວກັບການເຈລະຈາທີ່ພວມດຳເນີນເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ທີ່ມີຊື່ວ່າ: ແຜນການກະທຳຮ່ວມຮອບດ້ານ (JCPOA) ແລະ ຍົກເລີກບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ. ໃນກອງປະຊຸມຂອງບັນດາເຈົ້າໜ້າທີ່ການຕ່າງປະເທດ ອີຣານ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Abdollahian ເນັ້ນໜັກວ່າ ການເຈລະຈາບັນລຸໄດ້ຄວາມກ້າວໜ້າທີ່ດີງາມ ມຸ່ງໄປເຖິງການສຳເລັດການເຈລະຈາກ່ຽວກັບ JCPOA. ອີຣານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເຖິງ JCPOA ໄດ້ແລກປ່ຽນ ບັນດາສານ ໂດຍທາງອ້ອມ ໃນຂະນະທີ່ທ່ານລັດຖະມົນຕີການຕ່າງປະເທດ ຂອງບາງປະເທດພວມມານະພະຍາຍາມເປີດເສັ້ນທາງໃຫ້ແກ່ການສິ້ນສຸດການເຈລະຈານີ້. ຕາມທ່ານລັດຖະມົນຕີການຕ່າງປະເທດ Abdollahian ແລ້ວ, ເຕເຣຣານ ພວມມານະພະຍາຍາມສິ້ນສຸດການເຈລະຈາດ້ານນິວເຄຼຍ ແລະ ຈະສືບຕໍ່ເຮັດວຽກເພື່ອຍົກເລີກຄຳສັ່ງລົງໂທດຜ່ານບັນດາມາດຕະການທາງການທູດ. ບັນດາການເຈລະຈາເພື່ອແນໃສ່ຟື້ນຟູ JCPOA ເລີ່ມແຕ່ເດືອນເມສາປີ 2021 ຢູ່ວຽນນາ (ປະເທດໂອຕາລິດ) ແຕ່ມາຮອດປັດຈຸບັນຍັງບໍ່ທັນບັນລຸໄດ້ບາດກ້າວບຸກທະລຸໃດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ