ອີ​ຣານ​ຢັ້ງ​ຢື​ນ​ວ່າ ຍັງ​ບໍ່​ທັນ​ມີ​ແຜນ​ການມອບ ກັບ​ດຳ ເຮືອ​ບິນ​ໂດຍ​ສານ​ຂອງ ຢູ​ແກຼນ​ໃຫ້​ແກ່​ປະ​ເທດ​ອ​ື່ນ

(VOVWORLD) -ສຳນັກຂ່າວສານແຫ່ງລັດ ອີຣານ (IRNA) ໄດ້ລົງ ຂ່າວວ່າ ປະເທດນີ້ພວມພະຍາຍາມ ວິໄຈບັນດາກັບດຳຂອງ ເຮືອບິນ ຢູແກຼນ ທີ່ຕົກຢູ່ ອີີຣານໃນວັນທີ 08/01, ຜ່ານນັ້ນກໍ່ປະຕິເສດຂໍ້ມູນຂ່າວທີ່ວ່າ ເຕເຮຣານ ໄດ້ຕັດສິນໃຈມອບກັບດຳຂອງເຮືອບິນໃຫ້ ຢູແກຼນ.
ອີ​ຣານ​ຢັ້ງ​ຢື​ນ​ວ່າ ຍັງ​ບໍ່​ທັນ​ມີ​ແຜນ​ການມອບ ກັບ​ດຳ ເຮືອ​ບິນ​ໂດຍ​ສານ​ຂອງ ຢູ​ແກຼນ​ໃຫ້​ແກ່​ປະ​ເທດ​ອ​ື່ນ - ảnh 1ສະຖານທີ່ເກີດເຫດເຮືອບິນ ຢູແກຼນຕົກຢູ່ ອີຣານ (ພາບ: THX/TTXVN) 

ກ່ອນໜ້ານັ້ນໃນວັນທີ 18 ມັງກອນ, ສຳນັກຂ່າວສານ Daneshjoo ຂອງ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Hassan Rezaifar ຜູ້ອຳນວຍການຮັບຜິດຊອບການສືບສວນອຸບັດຕິເຫດ ທີ່ຂຶ້ນກັບອົງການການບິນ ພົນລະເຮືອນ ຂອງ ອີຣານທີ່ຖືວ່າ ບໍ່ສາມາດຖອດລະຫັດໄດ້ກັບດຳຢູ່ ອີີຣານໄດ້ ແລະ ບັນດາອຸປະກອນນີ້ຈະໄດ້ມອບໃຫ້ ຢູແກຼນ ພາຍຫຼັງ Kiev ຮຽກຮ້ອງມາເປັນຫຼາຍຄັ້ງ. ໃນວັນດຽວກັນ, ສຳນັກຂ່າວສານ Tasmin ກໍ່ໄດ້ລົງຂ່າວວ່າ ອີຣານຈະບໍ່ຊອກຫາວິທີຖອດລະຫັດກັບດຳຢູ່ພາຍໃນປະເທດ.   

ຕອບກັບ

ຂ່າວ/ບົດ​ອື່ນ