ອີ​ຣານ​ຢາກ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ໂດຍ​ໄວ

(VOVWORLD) -ໂດຍເອົາລົງສື່ສັງຄົມອອນໄລ Twitter, ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈານິວເຄຼຍ ອີຣານ ໃຫ້ຮູ້ວ່າ ອີຣານ ໄດ້ແບ່ງປັນທັດສະນະທັງຮູບແບບ ແລະ ເນື້ອໃນແລ້ວ, ເພື່ອແນໃສ່ເປີດເສັ້ນທາງໃຫ້ແກ່ການສິ້ນສຸດການເຈລະຈາຢູ່ນະຄອນຫຼວງ ວຽນນາ, ປະເທດໂອຕາລິດໂດຍໄວ.
ອີ​ຣານ​ຢາກ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ໂດຍ​ໄວ - ảnh 1ການເຈລະຈາເພື່ອຟື້ນຟູ ຂໍ້ຕົກລົງນິວເຄຼຍ ອີຣານ ຢູ່ໂອຕາລິດ (ພາບ:  THX/TTXVN)

ວັນທີ 31 ກໍລະກົດ, ອີຣານໃຫ້ຮູ້ວ່າ ໄດ້ມີຄຳຕອບຕໍ່ຂໍ້ສະເໜີຂອງ ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ສະຫະພາບເອີລົບ (EU) ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ຫຼືຍັງເອີ້ນວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA) ແລະ ຢາກສິ້ນສຸດການເຈລະຈາໂດຍໄວ.

ໂດຍເອົາລົງສື່ສັງຄົມອອນໄລ Twitter, ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈານິວເຄຼຍ ອີຣານ ໃຫ້ຮູ້ວ່າ ອີຣານ ໄດ້ແບ່ງປັນທັດສະນະທັງຮູບແບບ ແລະ ເນື້ອໃນແລ້ວ, ເພື່ອແນໃສ່ເປີດເສັ້ນທາງໃຫ້ແກ່ການສິ້ນສຸດການເຈລະຈາຢູ່ນະຄອນຫຼວງ ວຽນນາ, ປະເທດໂອຕາລິດໂດຍໄວ. ເຖິງຢ່າງໃດກໍ່ຕາມ, ທ່ານ Ali Bagheri Kani, ບໍ່ຍົກອອກຂໍ້ມູນລະອຽດ ກ່ຽວກັບທັດສະນະຂອງອີຣານ. ຕາມທ່ານ Ali Bagheri Kani ແລ້ວ, ອີຣານພ້ອມແລ້ວທີ່ຈະສຳເລັດການເຈລະຈາ ແລະ ຝ່າຍກົງກັນຂ້າມກໍ່ຄວນກຽມພ້ອມຄືແນວນັ້ນ.

ກ່ອນໜ້ານັ້ນ, ວັນທີ 26 ກໍລະກົດ, ທ່ານ Josep Borrell ໄດ້ຍົກອອກຮ່າງເອກະສານສະບັບໃໝ່ເພື່ອແນໃສ່ຟື້ນຟູ JCPOA, ໃນນັ້ນ ອີຣານຈຳກັດໂຄງການນິວເຄຼຍເພື່ອແລກເອົາການຍົກເລີກບັນດາຄຳສັ່ງຂວ້ຳບາດດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ