ອີຣານ,ລັດເຊຍ,ຕວກກີຄາດວ່າຈະຈັດກອງປະຊຸມສຸດຍອດກ່ຽວກັບຊີຣີ

(VOVWORLD) -ວັນທີ 27 ສິງຫາ, ສື່ມວນຊົນລັດເຊຍ ແລະ ຕວກກີ ໄດ້ໃຫ້ຂ່າວກ່ຽວກັບເລື່ອງ ທ່ານປະທານາທິບໍດີ 3 ປະເທດລັດເຊຍ, ອີຣານ ແລະ ຕວກກີ ຈະຈັດກອງປະຊຸມໃນອາທິດຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບແບບວິທີຢຸດຕິການປະທະກັນຢູ່ຊີຣີ.

ສຳນັກຂ່າວສານ TASS ຂອງລັດເຊຍ ໄດ້ຄັດແຈ້ງການຂອງວັງ Kremlin ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດ 3 ຝ່າຍອາດຈະດຳເນີນໃນວັນທີ 07 ກັນຍາ ຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານ.

        ຊ່ອງໂທລະພາບແຫ່ງລັດ TRT Haber ຂອງຕວກກີ ກໍ່ໃຫ້ຂ່າວວ່າ ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ວັນທີ 07 ກັນຍາ ຈະໄປອີຣານ ເພື່ອພົບປະກັບຄູ່ຕຳແໜ່ງລັດເຊຍ ແລະ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ