ອີ​ຣານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກົນ​ໄກ​ໜູນ​ຊ່ວຍ​ພົວ​ພັນແລກ​ປ່ຽນ​ດ້ານການ​ຄ້າ ຂອງ ເອີ​ລົບ

(VOVWORLD) -ວັນທີ 6 ເມສາ, ອີຣານໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງບັນດາປະເທດເອີລົບປະຕິບັດກົນໄກໜູນຊ່ວຍ ການພົວພັນແລກປ່ຽນດ້ານການຄ້າ (Instex) ເພື່ອແນໃສ່ຫຼີກລ້ຽງບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແມ່ນ ສັນຍານທີ່ດີ, ແຕ່ ອີຣານຖືວ່າ ສິ່ງນີ້ຍັງບໍ່ທັນພຽງພໍເມື່ອປະຕິບັດຕາມບັນດາຄຳໝັ້ນສັນຍາຂອງ ເອີລົບ.
ອີ​ຣານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກົນ​ໄກ​ໜູນ​ຊ່ວຍ​ພົວ​ພັນແລກ​ປ່ຽນ​ດ້ານການ​ຄ້າ ຂອງ ເອີ​ລົບ - ảnh 1ພະນັກງານການແພດດູແລຜູ້ຕິດເຊື້ອພະຍາດ Covid - 19 ຢູ່ອີຣານ (ພາບ: IRNA/TTXVN) 

 ໃນຖະແຫຼງການ, ທ່ານAbbas Mousavi ໂຄສົກກະຊວງການຕ່າງປະເທດ ອີີຣານ ເນັ້ນໜັກວ່າ ເຕເຮຣານ ຖືການປະຕິບັດກົນໄກ Instex ແມ່ນສັນຍານທີ່ດີ, ແຕ່ “ສິ່ງທີ່ ປະທານສາທາລະນະລັດ ອິດສະລາມ ມຸ່ງຫວັງແມ່ນບັນດາປະເທດເອີລົບປະຕິບັດບັນດາຄຳໝັ້ນສັນຍາຂອງ ເຂົາເຈົ້າຢ່າງຄົບຖ້ວນໃນຫຼາຍຂົງເຂດຄື ທະນາຄານ, ພະລັງງານ, ປະກັນໄພ”.

ອາທິດແລ້ວນີ້, ອັງກິດ, ຝລັ່ງ ແລະ ເຢຍລະມັນໃຫ້ຮູ້ວ່າ 3 ປະເທດນີ້ ໄດ້ປະຕິບັດການພົວພັນແລກປ່ຽນເປັນຄັ້ງທຳອິດຜ່ານກົນໄກ Instex, ເຊິ່ງອະນຸຍາດໃຫ້ຂົນສົ່ງບັນດາອຸປະກອນການແພດໄປຍັງ ອີຣານ - ເຊິ່ງເປັນປະເທດຕາເວັນອອກກາງພວມຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ Covid – 19.

ອີ​ຣານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກົນ​ໄກ​ໜູນ​ຊ່ວຍ​ພົວ​ພັນແລກ​ປ່ຽນ​ດ້ານການ​ຄ້າ ຂອງ ເອີ​ລົບ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ