ອີຣານເຂົ້າຮ່ວມຮອບເຈລະຈາສັນຕິພາບຄັ້ງຕໍ່ໄປກ່ຽວກັບຊີຣີ

ອີຣານເຂົ້າຮ່ວມຮອບເຈລະຈາສັນຕິພາບຄັ້ງຕໍ່ໄປກ່ຽວກັບຊີຣີ - ảnh 1
(ພາບປະກອບ)

(vovworld) – ຄາ​ດວ່າ, ອີຣານ ຈະ​ເຂ​ົ້າຮ່ວມ​ຮອບ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ​ຊີຣີ. ຄຳ​ຖ​ະ​ແຫຼ​ງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ອີຣານ ນາບ​ຂູ່​ຈະ​ຖອນ​ອອກຈາກ​ບັນດາ​ການ​ເຈ​ລະ​ຈາ​ສັນຕິພາບ​ກ່ຽວ​ກັບ​ຊີຣີ ຖ້າ​ຫາກ​​ເຫັນ​ວ່າ ວິວັດທະນາ​ການ​ນີ້​ບໍໍ່ມີ​ລັກ​ສະ​ນະ​ສ້າງ​ສັນ 1 ສັບ​ປະດາ. ວັນ​ທີ 30/10 ຜ່ານ​ມາ, ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ ​ແລ​ະ ພາ​ກພື້ນ, ລວມທັງ​ອີຣານ ​ໄດ້​ເຂົ້າ​ຮ່ວມ​ກອງປະ​ຊຸ​ມສາກົນກ່ຽວ​ກັບ​ຊີຣີ ​ເຊິ່ງຈັດ​ຂຶ້ນຢູ່​ນະຄອນຫຼວງ​ວຽນ, ປະ​ເທດ​​ໂອ​ຕາ​ລິດ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​​ດ້ານ​ການ​ເມືອງ​​ໃຫ້​ແກ່ສົງຄາມການ​ເມືອງ​ຊີຣີ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ອີຣານ ພ້ອມ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳ​ນາດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ເພື່​ອປຶກສາ​ຫາລື​ກ່ຽວ​ກັບບັນດາ​ມາດ​ຕະການ​​ແກ​​້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ. ​ແຕ່​ຫຼັງ​ຈາກນັ້ນ​ພຽງ 2 – 3 ວັນ, ທີ່​ກອງ​ປະຊຸມ​ຢູ່​ວຽນ, ອີຣານ ​ໄດ້​ຖະ​ແຫຼ​ງຈະ​ຖອນ​ອອກ​ຈາກ​ບັນດາ​ການ​ເຈລະຈາ​ນີ້ ​ແລະ ກ່າວ​ຫາວ່າ ​ໃນ​ຮອບ​ເຈລະຈາ​ທຳ​ອິດນີ້ ຊາອຸ​ດີ ອາຣາ​ເບຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີຫຍໍ້​ທໍ້. ​ຮອບ​ເຈລະຈາ​ສັນຕິພາບ​ຄັ້ງ​ຕໍ່​ໄປ​ກ່ຽວ​ກັບ​ຊີຣີ ອາດ​ຈະ​​ເລີ່​ມຕົ້ນ​ໃນ​ສັບປະດາ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ