ອີຣານເຊື່ອມຕໍ່ການເຈລະຈານິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກ

ອີຣານເຊື່ອມຕໍ່ການເຈລະຈານິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກ - ảnh 1
ອີຣານເຊື່ອມຕໍ່ການເຈລະຈານິວເຄຼຍ
ກັບບັນດາປະເທດມະຫາອຳນາດໃນໂລກ
(ພາບປະກອບ: AFP/TTXVN)


​(vovworld) - ວັນ​ທີ 17/6, ບັນດາ​ນັກ​ເຈລະຈາ​ອີຣານ ​ແລະ ກຸ່​ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດສະມາຊິກ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ​ເລີ່​ມຈັດ​ຮອບ​ເຈລະຈາ​ໃໝ່ ​ເພື່ອ​ແນ​ໃສ່​ສຳ​ເລັດ​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ. ຕາ​ມສຳນັກ​ຂ່າວສານ​ທາງ​ການ (IRNA) ຂອງ​ອີຣານ ​ແລ້ວ, ນັກ​ເຈລະຈາ​ຂັ້ນ​ສູງ 2 ທ່ານ​ຂອງ​ປະ​ເທດ​ນີ້​ແມ່ນ​ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ Abbas Araqchi ​ແລະ Majid Takht Ravanchi ​ໄດ້​ມີ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ໃນ​ຂອບ​​ເຂດ​ຮອບ​ເຈລະຈາ​ນິວ​ເຄຼຍຄັ້ງ​ທີ 8 ກັບ​ເຂົ້າ​ໜ້າ​ທີ່​ຂັ້ນ​ສູງ​ຮັບຜິດຊອບ​ດ້ານ​ການ​ເມືອງ​ຂອງ​ສະຫະພາບ​ເອີ​ລົບ (EU) Hekga Schimid ຢູ່ວຽນ ປະ​ເທດ​ອົດສຕາ​ລິດ ​ໃນ​ຕອຍບ່າຍ​ວັນ​ທີ 17/06. ກໍ່ຕາມ IRNA, ບັນດາ​ນັກ​ເຈລະຈາ​ອີຣານ ຈະ​ຢູ່​ວຽນ ຮອດ​ກຳນົດ​ເວລາ​ສຸດ​ທ້າ​ຍ ​ໃນ​ວັນ​ທີ 30/06 ​ເພື່ອ​ແນ​ໃສ່​ສຳ​ເລັດ​ຂໍ້​ຕົກລົງ​ນິວ​ເຄຼຍສຸດ​ທ້າ​ຍ ກັບ​ບັນດາ​ຜູ້​ຕາງ​ໜ້າກຸ່ມ P5+1. ຄາ​ດວ່າ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javaf Zarif ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງ​ໃນ​ກຸ່ມ P5+1 ຈະ​ເຂົ້າ​ຮ່ວມ​ການ​​ເຈລະຈາ​ໃນ​ຊຸມ​ມື​້ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ