ອີຣານເປີດດ່ານຊາຍແດນຕ່າງໆກັບເຂດປົກຄອງດ້ວຍຕົນເອງຊາວ Kurd ຢູ່ອີຣັກ

(VOVWORLD) - ວັນທີ 18 ທັນວາ, ໂຄສົກກະຊວງການຕ່າງປະເທດອີຣານ Bahram Quassemi ໃຫ້ຮູ້ວ່າ, ປະເທດນີ້ໄດ້ເປີດດ່ານຊາຍແດນທັງໝົດກັບເຂດປົກຄອງດ້ວຍຕົນເອງຊາວ Kurd ທາງພາກເໜືອອີຣັກ ຄືນໃໝ່
ອີຣານເປີດດ່ານຊາຍແດນຕ່າງໆກັບເຂດປົກຄອງດ້ວຍຕົນເອງຊາວ Kurd ຢູ່ອີຣັກ - ảnh 1 (ພາບປະກອບ: TTXVN)

ພາຍຫຼັງທີ່ປິດປະຕູບັນດາດ່ານຊາຍແດນນີ້ເພື່ອໂຕ້ຕອບການລົງປະຊາມະຕິທວງເອົາເອກະລາດຂອງຊາວ Kurd ເມື່ອເດືອນ ກັນຍາ ຜ່ານມາ. ທ່ານ Quassemi ໃຫ້ຮູ້ວ່າ, 2 ດ່ານຊາຍແດນ Haji Omran ແລະ Parwezkhan ໄດ້ເປີດຄືນໃໝ່, ແຕ່ບໍ່ເປີດເຜີຍເວລາລະອຽດ.

        ອີຣານ ໄດ້ປິດດ່ານຊາຍແດນກັບເຂດພາກເໜືອອີຣັກ ພາຍຫຼັງອຳນາດການປົກຄອງເຂດປົກຄອງດ້ວຍຕົນເອງຊາວ Kurd, ດຳເນີນການລົງປະຊາມະຕິໃນວັນທີ 25 ກັນຍາ ກ່ຽວກັບຄວາມເປັນເອກະລາດຢູ່ເຂດດັ່ງກ່າວ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງອຳນາດການປົກຄອງສູນກາງ ແລະ ບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ