ອີຣານເລີ່ມຕິດຕັ້ງ ບັນດາເຄື່ອງຈັກພົ້ນສູນ ທີ່ທັນສະໄໝ

ອີຣານເລີ່ມຕິດຕັ້ງ ບັນດາເຄື່ອງຈັກພົ້ນສູນ ທີ່ທັນສະໄໝ  - ảnh 1(
(ພາບ​ປະກອບ)
Vovworld- ວັນ​ທີ 22/2, BBC ​ໄດ້​ຄັດ​ແຫຼ່່ງຂ່າວຈາກ​ບົດ​ລາຍ​ງານ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ IAEA ຊຶ່ງ​ໃຫ້​ຮູ້​ວ່າ ອີຣານ​ໄດ້​ເລີ່​ມຕິດ​ຕັ້ງ​ເຄື່ອງ​ຈັກ​ພົ້ນ​ສູນ​ຫຼາຍ​ເຄື່ອງ​ທີ່​ທັນ​ສະ​ໄໝ​ຢູ່​ຮາກ​ຖານ​ເສີມທາດ Urani ທີ່​ສຳຄັນ​ຂອງ​ປະ​ເທດ​ນີ້. ການ​ກະທຳ​ນີ້​ອາດ​ຈະ​ຖືກ​ຖື​ວ່າ ຈະ​ເຮັດ​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດ​​ເກີດມີ​ຄວາມ​ໂກດ​ແຄ້ນ​ໃນ​ຈຸດ​ເວລາ​ກ່ອນ​ທີ່​ດຳ​ເນີນ​ຮອບ​ເຈລະຈາ​ກັບ ​ເຕ​ເຣຣານ ຊຶ່ງ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​​ໃໝ່​ໃນ​ອາທິດ​ໜ້າ. ຕາມນັ້ນ​ແລ້ວ, ມີ​ ເຄື່ອງ​ຈັກ​ພົ້ນ​ສູນ IR- 2m ​ໄດ້​ຮັບ​ການ​ຕິດ​ຕັ້ງ ຢູ່​ໂຮງງານ​ມໍ່​ກັບ​ນະຄອນ Natanz ທາງ​ພາກ​ກາງ​ອີຣານ. ຖ້າ​ຫາກ​ການ​ເຄື່ອນ​ໄຫວ​ຂອງ​ເຄື່ອງ​ຈັກ​ຮັບ​ຜົນສຳ​​ເລັດ, ບັນດາ ເຄື່ອງ​ຈັກ​ພົ້ນ​ສູນນີ້ ສາມາດ​ຊ່ວຍ​ໃຫ້​ອີຣານຍູ້​ໄວ​ການ​ຜະລິດ​ເຊື້ອ​ໄຟ ຊຶ່ງ​ຝ່າຍ​ຕາ​ເວັນ​ຕົກ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ຈະ​ຖືກ​ນຳ​ໃຊ້​ເພື່ອ​ຜະລິດ​ອາວ​ຸດນິວ​ເຄຼຍ. ​ແລະ ກໍ​ຕາມ​ບົດ​ລາຍ​ງານ​ຂອງ ອົງການ​ພະລັງງານ​ປະລະມານູ​ສາກົນ IAEA ​ແລ້ວ, ອີຣານ​ໄດ້​​ເພີ່ມປະລິມານ​ສະ​ສົມ​ທາດ Urani ຊຶ່ງ​ຖືກ​ເສີມ​ໃນ​ລະດັບ 20% ຂຶ້ນ​ເປັນ 167 ກິ​ໂລກາມ.
ຂ່າວ/ບົດ​ອື່ນ