ອີຣານແຈ້ງໃຫ້ຊາບວ່າຈະເສີມທາດຢູລານຽມຂຶ້ນເຖິງ 20%

(VOVWORLD) -ອີຣານ ໄດ້ສົ່ງຈົດໝາຍແຈ້ງໃຫ້ IAEA ຊາບກ່ຽວກັບການຄາດຄະເນຈະເສີມທາດຢູລານຽມ ຂຶ້ນເຖິງ 20% ຢູ່ໂຮງງານໃຕ້ດິນ Fordow, ໂດຍອີງຕາມກົດໝາຍສະບັບໜຶ່ງເຊິ່ງສະພາແຫ່ງຊາດອີຣານ ໄດ້ຮັບຮອງເອົາຫວ່າງມໍ່ໆມານີ້.

ອີຣານແຈ້ງໃຫ້ຊາບວ່າຈະເສີມທາດຢູລານຽມຂຶ້ນເຖິງ 20% - ảnh 1ໂຮງງານໄຟຟ້າແຫ່ງໜຶ່ງຂອງອີຣານ

(ພາບປະກອບ: AFP/TTXVN)

ວັນທີ 01 ມັງກອນ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ, ອີຣານ ໄດ້ແຈ້ງໃຫ້ອົງການນີ້ຊາບກ່ຽວກັບແຜນການຜະລິດຢູລານຽມ ດ້ວຍລະດັບ ກາຍຂໍ້ກຳນົດຕັ້ງຫຼາຍເທົ່າໃນຄຳໝັ້ນສັນຍາ ຕາມຂໍ້ຕົກລົງນິວເຄຼຍປະຫວັດສາດ ເຊິ່ງອີຣານ ໄດ້ລົງນາມກັບບັນດາປະເທດມະຫາອຳນາດເມື່ອປີ 2015 (P5+1). ອີຣານ ໄດ້ສົ່ງຈົດໝາຍແຈ້ງໃຫ້ IAEA ຊາບກ່ຽວກັບການຄາດຄະເນຈະເສີມທາດຢູລານຽມ ຂຶ້ນເຖິງ 20% ຢູ່ໂຮງງານໃຕ້ດິນ Fordow, ໂດຍອີງຕາມກົດໝາຍສະບັບໜຶ່ງເຊິ່ງສະພາແຫ່ງຊາດອີຣານ ໄດ້ຮັບຮອງເອົາຫວ່າງມໍ່ໆມານີ້. ຈົດໝາຍສະບັບນີ້ໄດ້ຂຽນໃນວັນທີ 31 ທັນວາ 2020 “ບໍ່ໄດ້ບອກເວລາຊັດເຈນວ່າ ເມື່ອໃດຈະປະຕິບັດການເຄື່ອນໄຫວດັ່ງກ່າວ".

        ເຫດລອບສັງຫານນັກວິທະຍາສາດນິວເຄຼຍຂອງອີຣານ Mohsen Fakhrizadeh ເມື່ອເດືອນ ພະຈິກ 2020 ຄືດັ່ງ "ຖອກນ້ຳມັນໃສ່ກອງໄຟ". ພາຍຫຼັງເຫດບຸກໂຈມຕີ, ຜູ້ທີ່ມີຊື່ສຽງຂອງອີຣານ ຫຼາຍຄົນໄດ້ຖະແຫຼງຈະໂຕ້ຕອບ ແລະ ສະພາແຫ່ງຊາດຂອງປະເທດນີ້ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກໍ່ຄວາມໂຕ້ຖຽງກັນ ຮຽກຮ້ອງໃຫ້ມີການຜະລິດ ແລະ ສະສົມທາດ "ຢູລານຽມ ຢ່າງໜ້ອຍສຸດແມ່ນ 120 ກິໂລກຣາມ ເຊິ່ງຢູ່ໃນລະດັບ 20% ໃນແຕ່ລະປີ" ແລະ "ຢຸດຕິ" ການເຄື່ອນໄຫວກວດກາຂອງ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ