ອີຣານແລະIAEA ບັນລຸບາດກ້າວພັດ ທະນາໃນໂຄງການນິວເຄຼຍ


ອີຣານແລະIAEA ບັນລຸບາດກ້າວພັດ ທະນາໃນໂຄງການນິວເຄຼຍ - ảnh 1

(ພາບ:baomoi.com )

(vovworld)-​​​​ ​ ​ ວັນ​ທີ 11/11, ທ່ານ Ali Akbar Salehi ຜູ້ອຳນວຍກາ​ນ​ໃຫ່ຍອົງການ​ພະລັງງານ​ປະລະມານູ​ອີຣານ ປະກາດ​ວ່າ: ອິຣານ ​ແລະ ອົງການ​ພະລັງງານ​ປະລະມານູສາກົນ (IAEA) ບັນລຸ​ໄດ້ຂໍ້​ຕົກລົງ​ກ່ຽວ​ກັບ “ຂັ້ນຕອນ​ການ​ຮ່ວມ​ມື“ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ​ກ່ຽວຂ້ອງ​ເຖິງໂຄງການ​ນິວເຄຼຍທີ່​ໄດ້​ກໍ່​ຄວາມ​ໂຕ້​ຖຽງກັນ​ຂອງ​ເຕ​ເຮຣານ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ລວມຢູ່​ເຕ​ເຮຣານກັບ​ທ່ານ Yukia Ammano ຜູ້ອຳນວຍກາ​ນ​ໃຫ່ຍ IAEA, ທ່ານ Salehi ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາກ່ຽວ​ກັບ​ການ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳ​ເລັດຜົນ ​ແລະ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກຳນົດ ກັບ “ຂັ້ນຕອນ​ການ​ຮ່ວມ​ມື“. ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​​ໄດ້​ນັ້ນ, ອີຣານ ຕົກລົງ​ໃຫ້​ບັນດາ​ນັກ​ສັງ​ເກດ​ການ​ຂອງ IAEA ມາກວດກາ​ເຕົາປະຕິ​ກອນ​ນິວ​ເຄຼຍ ​ແລະ ບໍ່​ຢູຣານຽມ​ຢູ່​ພາກ​ໃຕ້​ປະ​ເທດ​ນີ້ ພ້ອມ​ທັງ​ເຫັນ​ດີ​ກັບ​ບັນດາ​ມາດ​ຕະການ​ຊື່​ງ IAEA ຮຽກຮ້ອງ​ປະຕິບັດ./.

ຂ່າວ/ບົດ​ອື່ນ