ອີຣານແລະກຸ່ມP5+1ສືບຕໍ່ການເຈລະຈາ

ອີຣານແລະກຸ່ມP5+1ສືບຕໍ່ການເຈລະຈາ - ảnh 1
ອີຣານ ແລະ ກຸ່ມ P5+1 ຢູ່ການເຈລະຈາ
(ພາບ: AFP/TTXVN)

(vovworld) – ​ ສຳນັກ​ຂ່າວສານ ອີຣານ Tasnim ​ໃຫ້​ຂ່າວວ່າ ວັນ​ທີ 20/5, ຢູ່ ວຽນ ນາ (​ໂອ​ຕຣິດ), ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແມ່ນ: ລັດ​ເຊຍ, ອາ​ເມ​ລິ​ກາ, ຈີນ, ອັງກິດ, ຝຣັ່ງ ​ແລະ ​ເຢຍລະ​ມັນ) ​ ​ເລີ່​ມດຳ​ເນີນ​ຮອບ​ເຈລະຈາ​ໃໝ່ ​ເພື່ອ​ແນ​ໃສ່ກ້າວ​ໄປ​ສູ່​ສັນຍາ​ຮອບດ້ານ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ​ເຕ​ເຮຣານ. ຝ່າ​ຍ ອີຣານ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Abbas Araqchi ນຳ​ໜ້າ, ​ໃນ​ຂະນະ​ນັ້ນ, ທູດ​ພິ​ເສດ​ຂອງ​ສະຫະພາບ ​ເອີ​ລົບ (EU) Helga Schmid ​ເປັນ​ຜູ້​ປະສານ​ງານ​ໃຫ້​ກຸ່ມ P5+1.​ ກ່ອນທີ່​ຈະ​ດຳ​ເນີນ​ການ​ເຈລະຈາ, ບັນດາ​ນັກ​ການ​ທູດ​ໃຫ້​ຮູ້​ວ່າ: ບັນດາ​ຝ່າຍ​ບັນລຸ​ໄດ້​ຄວາມ​ກ້າວໜ້າ, ​ແຕ່​ວ່າ​ຍັງ​ຄົງມີຄວາມ​ບໍ​່ລົງ​ລອຍ​ກັນຫຼາຍສົມຄວນ ກ່ຽວ​ກັບ​ຂໍ້​ຕົກລົງ​ຕົ້ນຕໍ ກໍ​ຄື​ບັນດາສ່ວນ​ເພີ່ມດ້ານ​ເຕັກນິກ. ຕາມ​ກຳນົດເວລາ​ສຸດ​ທ້າຍ​ແລ້ວ, ອີຣານ ​ແລະ P5+1 ຕ້ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ດ້ານ​ນິວ​ເຄຼຍຮອບດ້ານ​ກ່ອນ​ວັນ​ທີ 30/6 ຈະ​ມາ​ເຖິງ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ​ໄດ້​ຖະ​ແຫຼ​ງວ່າ:  ປະ​ເທດ​ນີ້​​ພ້ອມ​ແລ້ວທີ່​ຈະ​ແກ່ຍາວ​ເວລາດຳ​ເນີນການ​ເຈລະຈາ​ຕ່າງໆກັບ​ກຸ່ມ P5+1 ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.

ຂ່າວ/ບົດ​ອື່ນ