ອີຣານແລະອັງກິດເປີດສະຖານທູດຢູ່ແຕ່ລະປະເທດຄືນໃໝ່

ອີຣານແລະອັງກິດເປີດສະຖານທູດຢູ່ແຕ່ລະປະເທດຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 23/08, ສະຖານທູດ​ອີຣານ ຢູ່່​ນະຄອນ​ລອນ​ດອນ, ປະ​ເທດ​ອັງກິດ ​ໄດ້​ເປີດ​ປະຕູ​ຄືນ​ໃໝ່ ໃນ​ວັນ​ດຽວ​ກັບ ​ອັງກິດ​ ​​ກໍເປີດ​​ສະຖານທູດ​ຂອງ​ປະ​ເທດ​ນີ້ ຢູ່ ​ເຕ​ເຣຣານ. ຄາດ​ວ່າ, 2 ປະ​ເທດ ຈະ​ແຕ່ງ​ຕັ້ງ​ບັນດາ​ເອກ​ອັກຄະ​ລັດຖະທູດ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເຂົ້າ​ຮ່ວມ​ພິທີ ທີ່​ລອນ​ດອນ, ມີ​ທ່ານອຸປະ​ທູດ​ຊົ່ວຄາວ​ອີຣານ Mohammad Hassan Habibollahzadeh ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mehdi Danesh Yazdi. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ Philip Jammond ​ໄດ້​ມີໜ້າ​ຢູ່​ເຕ​ເຣຣານ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຖານທູດ​ຂອງ​ປະ​ເທດ​ນີ້​ຢູ່ເຕ​ເຣຣານ ຄືນ​ໃໝ່, ​ນີ້​ແມ່ນຂີ​ດໝາຍ​ອັນ​ໃຫຍ່​ຫຼວງ ​ໃນ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ ​2 ຝ່າ​ຍ ພາຍຫຼັງ​ຖືກ​ຢຸດຕິ​ມາເປັນ​ເວລາ 4 ປີ. ຄາ​ດວ່າ, ທ່ານ Philip Jammond ຈະ​ມີ​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ຄູ​ຕຳ​ແໜ່​ງປະ​ເທດ​ເຈົ້າພາບ Mohammad Javad Zarif ​ແລະ ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ Hassan Rouhani.

ຂ່າວ/ບົດ​ອື່ນ